ສປປ ເກົາຫລີ ຍິງລູກສອນໄຟໄລຍະໃກ້ 2 ລູກ

ກອງທັບ ສ.ເກົາຫລີ ແຈ້ງໃນວັນທີ 2 ມີນາວ່າ: ສປປ ເກົາຫລີ ຍິງລູກສອນໄຟໄລຍະໃກ້ 2 ລູກ ນອກແຄມຝັ່ງຕາເວັນອອກ ຕົກລົງໃນທະເລວັນນີ້ ຫລັງຈາກຢຸດການຍິງໄປ 3 ເດືອນ.
ຄະນະເສນາທິການທະຫານຮ່ວມ ສ.ເກົາຫລີ ຖະແຫລງວ່າ: ສປປ ເກົາຫລີ ຍິງລູກສອນໄຟຈາກເມືອງວອນຊານ ແຄມຝັ່ງຕາເວັນອອກ ຮ່ອນໄລຍະທາງ 240 ກິໂລແມັດ ແລະ ຂຶ້ນໄປສູ່ລະດັບຄວາມສູງ 35 ກິໂລແມັດ ເປັນຈຸດທີ່ ສປປ ເກົາຫລີ ໃຊ້ຍິງລູກສອນໄຟມາແລ້ວຫລາຍຄັ້ງ. ສັນນິຖານວ່າ: ສປປ ເກົາຫລີ ກຳລັງເດີນໜ້າການຊ້ອມຍິງລູກສອນໄຟທີ່ທ່ານ ກິມ ຈອງອິນ ຜູ້ນຳ ສປປ ເກົາຫລີ ຄວບຄຸມເບິ່ງແຍງ ໃນວັນທີ 28 ກຸມພາຜ່ານມາ ແລະ ເປັນການຍິງລູກສອນໄຟຄັ້ງທຳອິດຫລັງຈາກ ສປປ ເກົາຫລີ ອ້າງວ່າທົດລອງເຄື່ອງຍິງລູກສອນໄຟຫລາຍລຳກ້ອງຂະໜາດໃຫຍ່ ໃນວັນທີ 28 ພະຈິກປີກ່ອນ. ຄະນະເສນາທິການທະຫານຮ່ວມກຳລັງເຝົ້າຕິດຕາມວ່າຈະມີການຍິງອີກ ຫລື ບໍ່.
ສ່ວນທຳນຽບປະທານາທິບໍດີ ສ.ເກົາຫລີ ຖະແຫລງວ່າ: ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດໄດ້ປະຊຸມທາງໄກແບບສຸກເສີນກັບລັດຖະມົນຕີກະຊວງທີ່ກ່ຽວຂ້ອງໂດຍທັນທີ ເພື່ອວິເຄາະການຍິງລູກສອນໄຟຫລ້າສຸດຂອງ ສປປ ເກົາຫລີ. ລັດຖະມົນຕີລ້ວນສະແດງຄວາມກັງວົນທີ່ ສປປ ເກົາຫລີ ຮື້ຟື້ນການຍິງລູກສອນໄຟໄລຍະໃກ້ໃນຮອບ 3 ເດືອນ ເພາະບໍ່ເປັນປະໂຫຍດຕໍ່ຄວາມພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຫລມເກົາຫລີ ແລະ ຮຽກຮ້ອງໃຫ້ ສປປ ເກົາຫລີ ຢຸດການກະທຳດັ່ງກ່າວ.

