ລັດຖະມົນຕີພະລັງງານ-ບໍ່ແຮ່ ເນັ້ນໄຟຟ້າກຽມຮັບມືສະພາບໄພແຫ້ງແລ້ງໃຫ້ດີທີ່ສຸດ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປະຈຳປີຂອງໄຟຟ້າລາວ ເມື່ອທ້າຍອາທິດຜ່ານມາ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເນັ້ນໃຫ້ລັດວິສາຫະກິດໄຟຟ້າລາວສືບຕໍ່ເອົາໃຈໃສ່ໃນການສະໜອງໄຟຟ້າໃຫ້ສັງຄົມໄດ້ທົ່ວເຖິງ ໂດຍສະເພາະໃນໄລຍະ 3 ເດືອນຕໍ່ໜ້າຈະເກີດບັນຫາໄພແລ້ງ ຈຶ່ງຕ້ອງໄດ້ວາງແຜນຮັບມື ເປັນຕົ້ນການຈັດຊື້ພະລັງງານຈາກປະເທດເພື່ອນບ້ານ ເພື່ອມາຕອບສະໜອງໄລຍະດັ່ງກ່າວ, ສືບຕໍ່ຕິດຕັ້ງໝໍ້ໄຟໃນຄົວເຮືອນດ້ວຍລະບົບເອເລັກໂຕຣນິກໃຫ້ສຳເລັດ ແລະ ການກວດກາລາຄາໄຟຟ້າ, ໜີ້ຄ່າກະແສໄຟຈາກສັງຄົມ ເພື່ອຮັບປະກັນບໍ່ໃຫ້ມີລາຍຮັບຮົ່ວໄຫລ.
ໃນໂອກາດດຽວກັນ, ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກໍໄດ້ລາຍງານສະພາບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວວ່າ: ຜ່ານມາໄຟຟ້າລາວແມ່ນສາມາດຍາດໄດ້ຜົນງານຕ່າງໆ ໂດຍສະເພາະແມ່ນການຄຸ້ມຄອງບໍລິຫານ ແລະ ການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນເຊັ່ນ: ການກໍ່ສ້າງແຫລ່ງຜະລິດ, ສາຍສົ່ງ-ສະຖານີ, ການຂະຫຍາຍຕາຂ່າຍໄຟຟ້າໄປສູ່ເຂດຫ່າງໄກສອກຫລີກ, ການບໍລິຫານຈັດການການຊື້-ຂາຍພະລັງງານໄຟຟ້າກັບບັນດາປະເທດໃກ້ຄຽງຢ່າງມີປະສິດທິພາບ ແລະ ຄຸ້ມຄອງບຳລຸງຮັກສາລະບົບໄຟຟ້າ ແລະ ເອົາໃຈໃສ່ຜັນຂະຫຍາຍຄຳສັ່ງເລກທີ 02/ນຍ ເພື່ອຍົກລະດັບວຽກງານຂອດບໍລິການດ້ານໄຟຟ້າໃຫ້ດີຂຶ້ນ. ພ້ອມນັ້ນ ກໍຍັງໄດ້ຄົ້ນຄວ້າຊອກຫາແຫລ່ງທຶນ ເພື່ອການພັດທະນາລະບົບໄຟຟ້າໃຫ້ສາມາດສືບຕໍ່ຂະຫຍາຍຕົວໄດ້ຢ່າງຕໍ່ເນື່ອງ. ປັດຈຸບັນ ທົ່ວປະເທດມີແຫລ່ງຜະລິດໄຟຟ້າທັງໝົດ 78 ແຫ່ງ ລວມມີກຳລັງຕິດຕັ້ງເກືອບ 10.000 ເມກາວັດ ໃນນີ້ສະໜອງໃຫ້ໄຟຟ້າລາວ 2.900 ກວ່າເມກາວັດ, ສ່ວນ 5.900 ເມກາວັດ ແມ່ນສົ່ງອອກຕ່າງປະເທດໂດຍກົງ.

