ກະຊວງ ສາທາ ແຈ້ງໃຫ້ງົດຈັດງານ ຄອນເສີດ, ແລະ ຊຸມນຸມຕ່າງໆ ເພື່ອສະກັດກັ້ນພະຍາດ COVID-19

ຫ້ອງການ ກະຊວງສາທາລະນະສຸກ ໃນນາມກອງເລຂາຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດອັກເສບປອດເຊື້ອຈຸລາໂລກ ໂຄໂຣນາ ສາຍພັນໃໝ່ ໄດ້ເຮັດໜັງສືແຈ້ງ ໃນວັນທີ 28 ກຸມພາ 2020 ວ່າ: ປັດຈຸບັນ ມີການລະບາດຂອງພະຍາດ covid-19 ຢ່າງຮ້າຍແຮງ ແລະ ແຜ່ລາມຢູ່ຫລາຍກ່ວາ 49 ປະເທດໃນທົ່ວໂລກ, ລວມທັງປະເທດອ້ອມຂ້າງ ສປປ ລາວ, ມາຮອດວັນທີ 28 ກຸມພາ 2020 ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 83.391 ຄົນ, ມີຜູ້ເສຍຊີວິດ 2.858 ຄົນ, ຈາກການປະເມີນດ້ານວິຊາການເຫັນວ່າ: ປະເທດເຮົາມີຄວາມສ່ຽງສູງທີ່ຈະຕິດເຊື້ອໄດ້ຖ້າພວກເຮົາບໍ່ມີມາດຕະການທີ່ເໝາະສົມໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ, ຜ່ານມາກະຊວງສາທາລະນະສຸກ ໄດ້ສົມທົບກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ປະຕິບັດມາດຕະການຕ່າງໆ ຕາມກົດລະບຽບສາທາລະນະສຸກສາກົນ (IHR) ຈຶ່ງເຮັດໃຫ້ປະເທດພວກເຮົາຍັງບໍ່ທັນມີກໍລະນີເຈັບເປັນຍ້ອນພະຍາດ COVID-19 ເທື່ອ, ເຖິງຢ່າງໃດກໍດີ ເພື່ອສືບຕໍ່ປ້ອງກັນບໍ່ໃຫ້ເກີດພະຍາດດັ່ງກ່າວຢູ່ປະເທດເຮົາ, ຫ້ອງການກະຊວງ ສາທາລະນະສຸກ ຈຶ່ງສະເຫນີ ເພື່ອຂໍທິດຊີ້ນຳຈາກຂັ້ນເທີງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາເລື່ອນ ຫລື ໂຈະຊົ່ວຄາວ ການຈັດກິດຈະກຳຕ່າງໆ ທີ່ມີມວນຊົນຈຳນວນຫລາຍເຂົ້າຮ່ວມ, ໂດຍສະເພາະງານຄອນເສີດ, ການຈັດງານກິລາ ແລະ ງານຊຸມນຸມຕ່າງໆ ອອກໄປກ່ອນ ຈົນກວ່າສະພາບການລະບາດຂອງພະຍາດດັ່ງກ່າວຈະຜ່ອນຄາຍລົງ.