FIM ແລະ ດານາ ສະປອດ ປະກາດຍົກເລີກການແຂ່ງຂັນໂມໂຕຈີພີ ສະໜາມທຳອິດທີ່ປະເທດກາຕາ

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: FIM ແລະ ດານາ ສະປອດ ໄດ້ຕັດສິນໃຈປະກາດຍົກເລີກການແຂ່ງຂັນ ໂມໂຕຈີພີ ສະໜາມທຳອິດ ທີ່ປະເທດກາຕາ, ຊື່ງຄາດວ່າຈະມີຂື້ນໃນລະຫວ່າງວັນທີ 6-8 ມີນານີ້

    ສາເຫດທີ່ຕັດສິນໃຈຍົກເລີກການແຂ່ງຂັນລາຍການດັງກ່າວຍ້ອນເພື່ອປ້ອງກັນການແຜ່ລະບາດຂອງໄວຣັສ COVID-19 ທີ່ຍັງລະບາດໜັກໃນທະວີຍອາຊີຈົນລາມໄປເຖີງທະວີບເອີຣົບ

ໂດຍລາຍງານຈາກເວັບໄຊ້ຢ່າງເປັນທາງການຂອງການແຂ່ງຂັນ (motogp.com) ລະບຸວ່າ: ໃນປັດຈຸບັນມີຜູ້ຕິດເຊື້ອທົ່ວໂລກຫຼາຍກວ່າ 80.000 ຄົນ, ຂະນະດຽວກັນມີຜູ້ເສຍຊີວິດຈາກເຊື້ອໄວຣັສ, ດັງກ່າວຫຼາຍກວ່າ 3000 ຄົນ, ເຊີ່ງເຮັດໃຫ້ຝ່າຍຈັດການແຂ່ງຂັນ ແລະ ປະເທດກາຕາເອງ ໄດ້ຍົກເລີກລາຍການແຂ່ງຂັນນີ້, ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ COVID-19.