ເສຍດາຍເມຍເກົ່າ ເມື່ອເຫັນເຂົາງາມສະຫງ່າ

ຫຼາຍມື້ທີ່ຜ່ານມາ ຂ້ອຍນອນບໍ່ຫຼັບ ກິນບໍ່ແຊບ ແອບຮັກເຂົາຄືນຈົນຊິເປັນບ້າ, ຄິດເຖິງເຂົາທຸກວັນຄືນ. ບໍ່ຮູ້ວ່າເຂົາມີເວດມົນຄາຖາຫຍັງ ຈຶ່ງກັບມາງາມປານນາງຟ້າ ພາຍຫຼັງເຂົາຊຸດໂຊມ ຈ່ອຍຜອມ ຫ່ຽວແຫ້ງ ຍັງແຕ່ໜັງຕິດກະດູກ  ຊຶ່ງເບິ່ງແລ້ວບໍ່ມີຄວາມຮູ້ສຶກຢາກຢູ່ຮ່ວມນຳ ຈາກການເຈັບປ່ວຍເກືອບເອົາຊີວິດໄປບໍ່ລອດ ພວກຂ້ອຍທັງສອງກໍໄດ້ແຍກທາງກັນ. ມາບາດນີ້ເຂົາງາມສະຫງ່າ ປານນາງຟ້າຄົນໃໝ່ ໃສ່ຊຸດທີ່ສວຍງາມ ໜ້າຕາຂາວຜ່ອງ ໃສ່ເກີບສົ້ນສູງ ຢ່ອງແຢ່ງ ເຮັດໃຫ້ຫົວໃຈຂ້ອຍໄຫວ່ຫວັນ, ວັນເວລາໄດ້ແຕ່ຄິດນຳເຂົາ ແລະ ຢາກກັບຫາເຂົາ. ເບິ່ງເຂົາປານເທບທິດາ ນາງຟ້າສະຫວັນ.

ຫຼັງຈາກແຍກທາງກັນແລ້ວ, ພວກຂ້ອຍທັງສອງກໍຍັງບໍ່ທັນມີຄູ່ຄອງ ແລະ ພວກຂ້ອຍກໍບໍ່ທັນໄດ້ລູກຮ່ວມກັນ. ຖ້າຫາກຂ້ອຍໄປຂໍຄືນກັບເຂົາ ບໍ່ຮູ້ວ່າເຂົາຈະຮັບໄດ້ ຫຼື ບໍ່? ຂ້ອຍຄວນຕື້ເຂົາຄືນ ຫຼື ຄວນຫຼີກທາງພໍໃຜພໍລາວ?

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ