ຍີ່ປຸ່ນພັດທະນາລະບົບຕິດຕາມນັກທ່ອງທ່ຽວ
ຄະນະນັກວິໄຈຈາກສະຖາບັນຂໍ້ມູນຂ່າວສານຍີ່ປຸ່ນ ພັດທະນາລະບົບຄອມພິວເຕີຕິດຕາມນັກທ່ອງທ່ຽວຕ່າງປະເທດ ໂດຍອາໄສຂໍ້ມູນຈາກການໃຫ້ບໍລິການຟຣີ Wi-Fi ໃນສະຖານທີ່ຕ່າງໆ ເຊິ່ງຈະສະແດງໃຫ້ເຫັນເຖິງຈຸດທີ່ນັກທ່ອງທ່ຽວແຕ່ລະຄົນເດີນທາງໄປຢ່າງລະອຽດ. ຫົວໜ້າທີມວິໄຈເຊື່ອວ່າ: ຂໍ້ມູນທີ່ໄດ້ສາມາດນຳໄປພັດທະນາໃຊ້ໃນການເອີ້ນບໍລິການລົດຕັກຊີ ລວມທັງການອົບພະຍົບຊ່ວຍເຫລືອນັກທ່ອງທ່ຽວຕ່າງປະເທດຍາມເກີດເຫດການບໍ່ຄາດຄິດ.

