ວິທະຍຸກະຈາຍສຽງແຫ່ງຊາດ ສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2019

ໃນວັນທີ 27 ກຸມພາ 2020 ວິທະຍຸກະຈາຍສຽງແຫ່ງຊາດລາວ, ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ວາງທິດທາງແຜນການປີ 2020 ໂດຍມີທ່ານ ສະຫວັນຄອນ ລາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມເປັນຈຳນວນຫລາຍ.
ໃນກອງປະຊຸມ, ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ປີ ຜ່ານມາ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ໄດ້ນຳສະເໜີຂ່າວ, ສາລະຄະດີຕ່າງໆ ທີ່ມີເນື້ອຫາສາລະ, ໃຫ້ຄວາມຮູ້, ຄວາມບັນເທິງ ອອກສູ່ສັງຄົມ ໂດຍໄດ້ອັດລາຍການຕ່າງໆອອກອາກາດທັງໝົດ 1.200 ກວ່າລາຍການ, ຖ່າຍທອດການສົ່ງລາຍການຕ່າງໆ ອອກອາກາດໃນລະບົບ AM ແລະ FM ໄດ້ທັງໝົດ 13.500 ກວ່າຊົ່ວໂມງ. ສຳລັບທິດທາງແຜນການເຄື່ອນໄຫວ ໃນປີ 2020 ນີ້, ວິທະຍຸກະຈາຍສຽງແຫ່ງຊາດ ຈະສືບຕໍ່ຂຽນຂ່າວ, ຜະລິດວິດີໂອ, ສາລະຄະດີ ແລະ ບົດຕ່າງໆ ອອກທາງເວັບໄຊ ໃຫ້ຫລາຍຂຶ້ນກວ່າເກົ່າ ພ້ອມທັງຮັບປະກັນໄດ້ຄຸນນະພາບ ແລະ ຄວາມວ່ອງໄວ, ສືບຕໍ່ຮ່ວມມືກັບພາກສ່ວນກ່ຽວຂ້ອງເພື່ອລົງໄປເຄື່ອນໄຫວ ເກັບກຳຂ່າວ ມາລົງໃນເວັບໄຊ, ເຟດບຸກ, ຢູ່ທູບໃຫ້ວ່ອງໄວ, ທັນການ ແລະ ຜະລິດຂ່າວວິດີໂອ ໃຫ້ມີຫລາກຫລາຍສີສັນ ເພື່ອດຶງດູດຜູ້ເຂົ້າຊົມ-ເຂົ້າຟັງຫລາຍຂຶ້ນ.
ໂອກາດດຽວກັນ, ທ່ານ ສະຫວັນຄອນ ລາຊະມົນຕີ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ວິທະຍຸກະຈາຍສຽງແຫ່ງຊາດ ຍາດມາໄດ້ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ໄດ້ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ເຫດການຕ່າງໆ ດ້ວຍຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນການ ອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ ວິທະຍຸກະຈາຍສຽງແຫ່ງຊາດ ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານ ແລະ ແກ້ໄຂຂໍ້ຄົງຄ້າງ, ຈຸດອ່ອນ ຕ່າງໆ ແນໃສ່ເຮັດໃຫ້ວຽກງານພາຍໃນວິທະຍຸກະຈາຍສຽງແຫ່ງຊາດ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດ ວາງອອກ.

