ຫ້າມຈູດປ່າຍັງບໍ່ໄດ້ຜົນ

    ເມື່ອບໍ່ດົນມານີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃຫ້ທຸກພາກສ່ວນເພີ່ມທະວີການປ້ອງກັນ, ຮັບມືກັບໄຟໄໝ້ລາມປ່າ, ປ້ອງກັນມົນລະພິດຈາກການຈູດຂີ້ເຫຍື້ອ ແລະ ຈາກໂຮງງານອຸດສາຫະກຳ, ອັນເປັນສາເຫດຕົ້ນຕໍທີ່ກໍ່ໃຫ້ເກີດມົນລະພິດຝຸ່ນລະອອງຂະໜາດນ້ອຍ (PM2.5), ແຕ່ໂດຍລວມແລ້ວການຈັດຕັ້ງປະຕິບັດແຈ້ງການນີ້, ຍັງບໍ່ໄດ້ຜົນເທົ່າທີ່ຄວນ, ໂດຍສະເພາະ ຢູ່ ນະຄອນຫລວງວຽງຈັນເຮົາຍັງພົບການຈູດຂີ້ເຫຍື້ອ ແລະ ເກີດໄຟໄໝ້ປ່າຢ່າງລຽນຕິດຄື: ໃນວັນທີ 27 ກຸມພາ ນີ້, ໄດ້ເກີດເຫດໄຟໄໝ້ ປ່າຫຍ້າເຂດແຄມຂອງຢ່າງຮຸນແຮງ ຢູ່ບໍລິເວນບ້ານ ວັດຈັນ ເມືອງ ຈັນທະບູລີ, ສົ່ງຜົນເຮັດໃຫ້ເກີດມົນລະພິດທາງອາກາດ, ໂຊກດີເຫດການຄັ້ງນີ້, ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ປະຊາຊົນເຂດໃກ້ຄຽງ, ແຕ່ກໍເປັນຄັ້ງທີ 2 ແລ້ວ, ທີ່ໄດ້ເກີດເຫດການໄຟໄໝ້ຢ່າງຮ້າຍແຮງ ຢູ່ ຈຸດດັ່ງກ່າວ, ຊຶ່ງຄັ້ງຜ່ານມາມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ກໍໃຫ້ເກີດມົນລະພິດທາງອາກາດ ຢ່າງຮ້າຍແຮງ, ໃນຂະນະທີ່ຫ້ອງວ່າການນາຍົກລັດຖະມົນຕີ ກໍໄດ້ອອກແຈ້ງການໃຫ້ເອົາໃຈໃສ່ຮັບມືກັບການເກີດໄຟໄໝ້ລາມປ່າ ແລະ ການຈູດຂີ້ເຫຍື້ອ ເພື່ອຫລຸດຜ່ອນມົນລະພິດ, ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ປະຕິບັດຕາມແຜນປ້ອງກັນ, ສະກັດກັ້ນ ແລະ ເຝົ້າລະວັງໃຫ້ມີປະສິດທິຜົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ