ຫາກວ່າໄວຣັສ COVID-19 ຍັງບໍ່ຢຸດແຜ່ລະບາດໂຕກຽວ ໂອລິມປິກ 2020 ອາດຈະຖືກຍົກເລີກ..!

ສະມາຊິກລະດັບອາວຸໂສຂອງຄະນະກຳມະການໂອລິມປິກສາກົນ (IOC) ໄດ້ອອກມາຖະແຫລງໃຫ້ຮູ້ວ່າ: ການແຂ່ງຂັນກີລາໂອລິມປິກ 2020 ຈະມີຂື້ນໃນເດືອນ ກໍລະກົດທີ່ຈະມາເຖີງນີ້, ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ    ມີຄວາມສ່ຽງຕໍ່ການຕິດເຊື້ອໄວຣັສ COVID-19 ອາດຈະຖືກຍົກເລິກຫຼາຍກວ່າເລື່ອນການແຂ່ງຂັນ.

       ສາເຫດທີ່ (IOC) ໄດ້ອອກມາປະກາດວ່າ ອາດຈະຍົກເລິກຫຼາຍກວ່າຈັດງານການແຂ່ງຂັນໂອລິມປິກ ໂຕກຽວ 2020 ໃນຄັ້ງນີ້ເພາະມີຄວາມສ່ຽງຕໍ່ການຕິດເຊື້ອໄວຣັສ COVID-19, ໂດຍໃນພາບລວມຄວາມກັງວົນຂອງເຈົ້າພາບຍີ່ປຸ່ນຕອນນີ້ຄື ຕ້ອງໄດ້ເຮັດວຽກໜັກກວ່າເກົ່າເພື່ອປ້ອງກັນ ແລະ ຮັກສາ,ຫລຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອຂອງໄວຣັສດັ່ງກ່າວ.

ຫາກວ່າ ໂຕກຽວ ໂອລິມປິກ 2020 ຖືກຍົກເລີກແທ້, ຈະກາຍເປັນຄັ້ງທຳອິດທີ່ມີການຍົກເລີກການແຂ່ງຂັນເພາະໂລກລະບາດ, ເນື່ອງຈາກວ່າໃນອະດີດການແຂ່ງຂັນກີລາໂອລິມທີ່ຖືກຍົກເລີກໄປເພາະເຫດການສົງຄາມໂລກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ