ພະສົງລາວຈັດພິທີທາງສາສະໜາຮັບພຣະພຸດທະຮູບເກົ່າແກ່ທີ່ສູນຫາຍຄືນມາ

ໃນວັນທີ 27 ກຸມພານີ້, ພຣະສົງລາວ ແລະ ຊາວພຸດທະສາສະນິກກະ
ຊົນລາວຫລາຍຄົນ, ໄດ້ມາຮ່ວມກັນຈັດພິທີທາງສາສະໜາ ເພື່ອຮັບເອົາພຣະພຸດທະຮູບເກົ່າແກ່ 3
ອົງຂອງລາວ ທີ່ສູນຫາຍໃນປາງສົງຄາມ ກັບຄືນມາຈາກປະເທດ ຝຣັ່ງ, ໂດຍການເຂົ້າຮ່ວມຂອງ ພຣະອາຈານ
ບຸນມາ ສິມມາວົງ ຮອງປະທານສູນກາງອົງການພຸດທະສາສໜາສຳພັນລາວ, ມີຄະນະນຳຈາກ
ສູນກາງແນວລາວສ້າງຊາດເຂົ້າຮ່ວມນຳດ້ວຍ.

ໃນໂອກາດນີ້, ທ່ານ ຫຽມ ພົມມະຈັນ ຄະນະບໍລິຫານງານ ສູນກາງແນວລາວສ້າງຊາດ ແຈ້ງໃຫ້ຮູ້ວ່າ: ພຣະພຸດທະຮູບດັ່ງກ່າວແມ່ນ ຄົນລາວໄດ້ພົບເຫັນ ຢູ່ ວັດແຫ່ງໜຶ່ງ ທີ່ ນະຄອນຫລວງ ປາຣີ ປະເທດ ຝຣັ່ງ, ຄາດວ່າໄດ້ສູນເສຍໄປໃນປາງສົງຄາມ, ກ່ອນທີ່ຈະມີການປະສານຫາທາງສະຖານທູດລາວ ຢູ່ ປະເທດ ຝຣັ່ງ ໃຫ້ນຳກັບຄືນມາລວມ 3 ອົງຄື: ພຣະພຸດທະຮູບປາງສະດຸ້ງມານຊຽງແສນໜື່ງອົງ, ໜ້າຕັກ 47 ຊັງຕີແມັດ, ສູງ 75 ຊັງຕີແມັດ, ນໍ້າໜັກ 35 ກີໂລ, ອົງທີ່ສອງແມ່ນ ພຣະພຸດທະຮູບ ປາງຊົງສຳເພົາ ໜ້າຕັກກວ້າງ 30ຊັງຕີແມັດ, ສູງ 54 ຊັງຕີແມັດ ແລະ ໜັກ 10 ກິໂລ ແລະ ອົງທີ່ສາມ ແມ່ນ ພຣະພຸດທະຮູບປາງຊົງສຳເພົາ ໜ້າຕັກກວ້າງ 30 ຊັງຕີແມັດ, ສູງ 50 ຊັງຕີແມັດ ແລະ ໜັກ 10 ກິໂລ ແລະ ຫລັງຈາກພິທີທາງສາສະໜານີ້ແລ້ວ, ກໍຈະມີການສູດສົມໂພດ ແລ້ວນຳເອົາໄປປະດິດສະຖານໄວ້ ຢູ່ ຫໍພິພິທະພັນ ພຣະພຸດທະຮູບເກົ່າແກ່ ຢູ່ ວັດອົງຕື້ ເພື່ອໃຫ້ປວງຊົນລາວໄດ້ກາບໄຫວ້ສັກກະລະບູຊາ ແລະ ສຶກສາຮຽນຮູ້ວັດທະນະທຳຂອງຊາດລາວ.


