ສາຍດ່ວນ 1191 ຊ່ວຍແກ້ໄຂສະພາບປະກົດການຫຍໍ້ໍທໍ້

ປີຜ່ານມາ ມີປະຊາຊົນໂທແຈ້ງເຂົ້າສາຍດ່ວນ 1191 ເປັນຈຳນວນຫລາຍ, ເພື່ອຊ່ວຍເຈົ້າໜ້າທີ່ໃນການແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫລຸດໜ້ອຍລົງດັ່ງ ທ່ານ ພັນໂທ ສົມໝາຍ ລູແສງສີ ຮອງຫົວໜ້າສູນຄວບຄຸມລະບົບກ້ອງວົງຈອນປິດ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປີຜ່ານມາ ມີປະຊາຊົນໄດ້ໂທແຈ້ງເຂົ້າໝາຍເລກ 1191 ຂອງເຈົ້າໜ້າທີ່ເກືອບ 1 ພັນສາຍ, ສ່ວນໃຫຍ່ແມ່ນບັນຫາອຸປະຕິເຫດ, ລັກຊັບ, ຄ້າຂາຍຢາເສບຕິດ ແລະ ອື່ນໆ, ຊຶ່ງຜ່ານສາຍດ່ວນດັ່ງກ່າວໄດ້ຊ່ວຍໃຫ້ເຈົ້າໜ້າທີ່ສາມາດລົງໄປກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ໄດ້ຢ່າງທັນການຄື: ຈັບກຸ່ມເປົ້າໝາຍພົວພັນຢາເສບຕິດໄດ້ 192 ຄົນ, ຢຶດຂອງກາງຢາບ້າ ຫລາຍກ່ວາ 18 ພັນເມັດພ້ອມສານເສບຕິດອື່ນໆຈຳນວນໜຶ່ງ, ຢຶດປືນ 6 ກະບອກ, ຈັບຄົນຮ້າຍລັກຊັບ 9 ກໍລະນີ, ຫລີ້ນການພະນັນເຖື່ອນ ແລະ ອື່ນໆອີກຫລາຍກໍລະນີ.
ຜູ້ລາຍງານຂ່າວຢືນຢັນວ່າ: ຈະສືບຕໍ່ເພີ່ມທະວີເຮັດໜ້າທີ່ຮັບແຈ້ງເຫດສຸກເສີນ 1191 ຕະຫລອດ 24 ຊົ່ວໂມງ ແລະ ສືບຕໍ່ກວດສອບຂໍ້ມູນໃນແຕ່ລະກໍລະນີ, ເພື່ອລົງແກ້ໄຂເຫດການທີ່ເກີດຂຶ້ນໃຫ້ທັນເວລາ.

