ລາວມີຄວາມສ່ຽງຕິດເຊື້ອ COVID-19 ຖ້າການກວດກາຄັດກອງກຸ່ມສ່ຽງບໍ່ເຂັ້ມງວດ

    ກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ມີຫລາຍປະເທດ ພົບຜູ້ຕິດເຊື້ອພະຍາດ COVID-19 ແລະ ອາດມີການແຜ່ລາມ, ໂດຍ ສະເພາະໃນ ສປປ ລາວ ກໍອາດມີ ຄວາມສ່ຽງທີ່ຈະມີການຕິດເຊື້ອພະ ຍາດດັ່ງກ່າວ.

ດັ່ງໃນວັນທີ 26 ກຸມພາ ນີ້, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ, ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບຄວາມສ່ຽງຂອງພະຍາດ covid-19 ໃນບັນດາປະເທດຕ່າງໆ ແລະ ສປປ ລາວວ່າ: ປະເທດເຮົາແມ່ນມີຄວາມສ່ຽງໃນການຕິດເຊື້ອພະຍາດນີ້, ຖ້າຫາກເຮົາບໍ່ ເອົາໃຈໃສ່ກວດກາ ແລະ ຄັດກອງຢ່າງເຂັ້ມງວດ ແລະ ໃນຜ່ານມາ, ເຖິງວ່າຍັງບໍ່ທັນມີກໍລະນີຂອງພະຍາດ, ແຕ່ພວກເຮົາກໍໄດ້ເພີ່ມທະວີການເຝົ້າລະວັງ ແລະ ວາງມາດຕະການຮອງຮັບທີ່ເໝາະສົມ, ໂດຍສະເພາະ ການກັ່ນກອງຄົນເຂົ້າ-ອອກເມືອງ, ການໃຫ້ຂໍ້ມູນຂ່າວສານ, ກະກຽມຫ້ອງວິເຄາະ ແລະ ອຸປະກອນການແພດເພື່ອຮັບຮອງເຫດການທີ່ອາດເກີດຂຶ້ນ ແລະ ລົງສືບຫາກໍລະນີສົງໃສໃນກຸ່ມຄົນ ແລະ ສະຖານທີ່ທີ່ມີຄວາມສ່ຽງ.

ທ່ານ ຮອງລັດຖະມົນຕີກະຊວງດັ່ງກ່າວຢືນວ່າ: ມາຮອດມື້ນີ້, ກະຊວງສາທາລະນະສຸກ ກໍໄດ້ສືບຕໍ່ກະກຽມຄວາມພ້ອມໃນການໂຕ້ຕອບເຊັ່ນ: ເພີ່ມທີມງານເຝົ້າລະວັງ ແລະ ໂຕ້ຕອບແມ່ນໃຫ້ມີຄວາມພ້ອມສູງ, ພ້ອມສືບຕໍ່ການສອບສວນ ແລະ ເກັບຕົວຢ່າງພາຍໃນ 24-48 ຊົ່ວໂມງ, ກັ່ນກອງ ແລະ ຕິດຕາມຢ່າງໃກ້ຊິດ ໂດຍສະເພາະແມ່ນບັນດາກຸ່ມຄົນທີ່ເດີນທາງມາຈາກເຂດລະບາດ ແລະ ກຸ່ມຄົນທີ່ເຂົ້າມາເຮັດວຽກຕາມສະຖານທີ່ເຮັດວຽກຕ່າງໆ, ໂຮງໝໍສູນກາງ, ໂຮງໝໍແຂວງ ໂດຍສະເພາະບັນດາໂຮງໝໍທີ່ມີຄວາມຊ່ຽງໃນເຂດຊາຍແດນ, ຕ້ອງໄດ້ເພີ່ມທະວີກະກຽມອຸປະກອນເພື່ອຮັບໃຊ້ໃນວຽກງານເຝົ້າລະວັງ, ກັ່ນກອງ ໃຫ້ດີທີ່ສຸດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ