ຢີ່ປຸ່ນໃຫ້ການຊ່ວຍເຫລືອຫ້ອງສະໝຸດໂຮງຮຽນມັດທະຍົມ ທີ່ແຂວງວຽງຈັນ

ໃນວັນທີ 25 ກຸມພານີ້, ລັດຖະບານຢີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫລືອລ້າເປັນ ມູນຄ່າ 288.211 ໂດລາສະຫະລັດ ເພື່ອສະໜັບສະໜູນການກໍ່ສ້າງຫ້ອງສະໝຸດໂຮງຮຽນ ແລະ
ສົ່ງເສີມການສຶກສາຜ່ານການອ່ານ ທີ່ແຂວງວຽງຈັນ. ພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ມີຂຶ້ນທີ່ສະຖານທູດຍີ່ປຸ່ນປະຈຳລາວ, ລະຫວ່າງພະນະທ່ານ ອິວາໂມໂຕະ ເຄອິຈິ ອຸປະທູດຢີ່ປຸ່ນປະຈຳລາວ ແລະ
ທ່ານ ນາງ ສຸລະພີ ວີຣະວົງ ຕົວແທນຈາກອົງການເດັກນ້ອຍລາວ (ALC),
ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຢີ່ປຸ່ນ ແລະ
ເປັນຜູ້ດຳເນີນໂຄງການດັ່ງກ່າວ. ການຊ່ວຍເຫລືອລ້າໃນຄັ້ງນີ້ຈະໃຫ້ການສະໜັບສະໜູນດ້ານການເງິນໃຫ້ແກ່ກິດຈະກຳໃນປີທີສອງຂອງໂຄງການທີ່ມີອາຍຸ
3 ປີ.

“ໂຄງການພັດທະນາເດັກນ້ອຍລາວຜ່ານການສົ່ງເສີມການອ່ານແລະກໍ່ສ້າງຫ້ອງສະໝຸດໃນໂຮງຮຽນມັດທະຍົມຂອງແຂວງວຽງຈັນ” ມີເປົ້າໝາຍທີ່ຈະສ້າງສັງຄົມທີ່ມີຄວາມເທົ່າທຽມ ແລະ ສະຫງົບສຸກ ໂດຍການສົ່ງເສີມການອ່ານໃຫ້ແກ່ນັກຮຽນ ເພື່ອທີ່ວ່າພວກເຂົາຈະໄດ້ຮຽນເອົາຄວາມຮູ້ເພື່ອສ້າງອານາຄົດຂອງໂຕເອງ. ອົງການ (ALC) ຈະສ້າງຫ້ອງສະໝຸດ 2 ຫ້ອງທີ່ປະກອບມີພື້ນທີ່ໃນການອ່ານ ແລະ ຮຽນຮູ້ໃນໂຮງຮຽນມັດທະຍົມ 2 ແຫ່ງທີ່ ແຂວງວຽງຈັນ ແລະ ຍັງຈະໄດ້ມອບໜັງສື ແລະ ຝຶກອົບຮົມອາຈານໃຫ້ສົ່ງເສີມຄວາມຮູ້ດ້ານການອ່ານ ແລະ ຊຸກຍູ້ໃຫ້ນັກຮຽນອ່ານດ້ວຍໂຕເອງ. ນອກຈາກນີ້, ໂຄງການດັ່່ງກ່າວຍັງຖືກຄາດຫວັງວ່າຈະປະສົບຜົນສຳເລັດໃນການບໍລິຫານຫ້ອງສະໝຸດດັ່ງກ່າວດ້ວຍໂຕຂອງເຂົາເຈົ້າເອງ.

ສຳລັບອົງການ(ALC)ນີ້ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1982 ແລະ ໄດ້ເຄື່ອນໄຫວກິດຈະກຳໃນສປປລາວ ແລະ ຍີ່ປຸ່ນເພື່ອສົ່ງເສີມການເຕີບໂຕທີ່ດີຂອງເດັກນ້ອຍລາວ. ໃນປີ 2014, ອົງການ (ALC) ໄດ້ຈັດຕັ້ງປະຕິບັດໂຄງການເພື່ອຊ່ວຍເຫລືອຫ້ອງສະໝຸດໂຮງຮຽນໂດຍການມອບປຶ້ມອ່ານຈຳນວນ 1.700 ຫົວ ແລະ ກໍ່ສ້າງພື້ນທີ່ໃນການຮຽນຮູ້ (ການອ່ານ) ໃນໂຮງຮຽນມັດທະຍົມ 2 ແຫ່ງ ທີ່ນະຄອນຫຼວງວຽງຈັນ ໂດຍເປັນການຊ່ວຍເຫລືອດ້ານການເງິນຈາກລັດຖະບານຢີ່ປຸ່ນ.

