ຄຳສັ່ງ: ກົມການເມືອງສູນກາງພັກໃຫ້ເພີ່ມທະວີຊີ້ນຳວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ເມື່ອວັນທີ 18 ກຸມພາຜ່ານມານີ້, ກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງເລກທີ 097/ກມສພ ວ່າດ້ວຍການເພີ່ມທະວີຊີ້ນຳ-ນຳພາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງເປັນວຽກຍຸດທະສາດສຳຄັນ ແລະ ຈະຕ້ອງໄດ້ສຸມທຶນຮອນເຂົ້າໃສ່ຢ່າງແທດເຖິງ ແລະ ຕໍ່ເນື່ອງ ເພື່ອໃຫ້ຊົນນະບົດຢູ່ປະເທດເຮົາມີໂສມໜ້າໃໝ່ ແລະ ມີການຫັນປ່ຽນດີຂຶ້ນເປັນກ້າວໆ.
ໃນຄຳສັ່ງດັ່ງກ່າວ ໄດ້ລະບຸເຖິງ 6 ທິດນຳ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນຄື: 1. ໃຫ້ຖືເປັນໜ້າທີ່ຍຸດທະສາດ ແລະ ເປັນວຽກບູລິມະສິດສຳຄັນຂອງພັກ-ລັດ ແລະ ທົ່ວສັງຄົມ, 2. ຕ້ອງເຮັດໃຫ້ລະບົບການເມືອງຢູ່ຊົນນະບົດມີຄວາມເຂັ້ມແຂງໜັກແໜ້ນ, ສາມາດນຳພາປະຊາຊົນເປັນເຈົ້າການປົກປັກຮັກສາ, ພັດທະນາຕົນເອງ ແລະ ບ້ານຊ່ອງໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໄດ້, 3. ຕ້ອງຮັບປະກັນຄວາມສົມດູນລະຫວ່າງການພັດທະນາເສດຖະກິດກັບການພັດທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ, 4. ແກ້ໄຂຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, 5. ຕ້ອງຮັບປະກັນການຂຸດຄົ້ນກຳລັງແຮງສັງລວມ ແລະ ດຳເນີນການຢ່າງຮອບດ້ານ, ຖືເອົາການຫັນລົງກໍ່ສ້າງຮາກຖານການເມືອງເປັນວຽກຍຸດທະສາດ ແລະ ສ້າງໃຫ້ໄດ້ຄວາມຕື່ນຕົວ, ເປັນເຈົ້າຕົນເອງຂອງຮາກຖານ, 6. ຕ້ອງຕິດພັນກັບການສ້າງໂຄງການຈຸດສຸມຜະລິດເປັນສິນຄ້າຂອງທົ່ວປະເທດ.
ຄຳສັ່ງສຳຄັນນີ້ຍັງໄດ້ລະບຸເຖິງ 12 ທິດທາງ ແລະ ໜ້າທີ່ຈຸດສຸມຄື: 1. ຍູ້ແຮງການຜະລິດກະສິກຳ ແລະ ປ່າໄມ້ເປັນສິນຄ້າ ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ການຕະຫລາດຕາມທ່າແຮງໄດ້ປຽບຂອງທ້ອງຖິ່ນ,
2. ນຳໃຊ້ດິນກະສິກຳທີ່ໄດ້ກຳນົດ ແລະ ປັກຫລັກໝາຍເຂດສະຫງວນແລ້ວນັ້ນໃຫ້ມີປະສິດທິຜົນ ແລະ ຍືນຍົງ,
3. ໃຫ້ສືບຕໍ່ຈັດຕັ້ງການຜະລິດ ແລະ ການບໍລິການໃຫ້ແກ່ຊາວກະສິກອນ ໂດຍເລີ່ມຈາກການສ້າງເສດຖະກິດຮ່ວມມືໃນຮູບແບບຕ່າງໆຢູ່ຊົນນະບົດໃຫ້ມີປະສິດທິພາບ,
4. ໃຫ້ຮີບຮ້ອນສະຫລຸບປະເມີນຜົນບັນດາໂຄງການຢູ່ຊົນນະບົດ ນັບທັງການໃຫ້ເຊົ່າ ແລະ ສຳປະທານທີ່ດິນ ເພື່ອຜະລິດກະສິກຳຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ,
5. ຕ້ອງສ້າງເງື່ອນໄຂ ແລະ ໃຫ້ໂອກາດປະຊາຊົນຊາວກະສິກອນໄດ້ຮຽນຮູ້ ແລະ ນຳໃຊ້ເຕັກນິກວິທະຍາສາດກະສິກຳສະໄໝໃໝ່ເທື່ອລະກ້າວ,
6. ໃຫ້ຮີບຮ້ອນສ້າງແຜນພັດທະນາຊົນນະບົດຢ່າງຮ້ອບດ້ານ, ສ້າງເປັນໂຄງການ, ແຜນວຽກ, ແຜນຄົນ, ແຜນເງິນໃຫ້ລະອຽດ,
7. ໃຫ້ສືບຕໍ່ຈັດສັນພູມລຳເນົາຄົງທີ່ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າ ຕິດພັນກັບການຢຸດຕິບັນຫາເຄື່ອນຍ້າຍພົນລະເມືອງແບບຊະຊາຍ,
8. ໃຫ້ຄົ້ນຄວ້າ ແລະ ອອກນະໂຍບາຍແກ່ປະຊາຊົນທີ່ຕັ້ງບ້ານເຮືອນຢູ່ໃນ ຫລື ເຂດໃກ້ຄຽງກັບເຂດປ່າສະຫງວນທີ່ບໍ່ມີຄວາມຈຳເປັນຈັດສັນຍົກຍ້າຍໄປຢູ່ບ່ອນອື່ນໃຫ້ໄດ້ຮັບການພັດທະນາ,
9. ເພີ່ມການລົງທຶນໃຫ້ແກ່ການຄົ້ນຄວ້າວິທະຍາສາດ-ນຳໃຊ້ແນວພັນພືດ ແລະ ສັດ, ເຕັກນິກການປູກ-ການລ້ຽງໃຫ້ມີປະສິດທິຜົນ,
10. ປັບປຸງນະໂຍບາຍສິນເຊື່ອຊົນນະບົດ ແລະ ກອງທຶນພັດທະນາຕ່າງໆ ນັບທັງອັດຕາດອກເບ້ຍໃຫ້ສົມເຫດສົມຜົນ,
11. ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ສ້າງຄົນຊົນນະບົດໃຫ້ກາຍເປັນນັກພັດທະນາເທື່ອລະກ້າວ,
12. ໃຫ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ ແລະ ປະເທດເພື່ອນມິດຍຸດທະສາດ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ການເງິນໃຫ້ແຂງແຮງຍິ່ງຂຶ້ນ ແລະ ຄຳສັ່ງດັ່ງກ່າວຍັງໄດ້ເນັ້ນເຖິງວິທີການຈັດຕັ້ງປະຕິບັດຕ່າງໆໃຫ້ມີຄຸນນະພາບ ແລະ ປະສິດທິຜົນອີກດ້ວຍ.

