ກໍາມະການຕັດສິນກິລາລາວ 7 ທ່ານ ເຂົ້າຮ່ວມຝຶກອົບຮົມລະດັບອາຊຽນ

ໃນວັນທີ່ 23 ກຸມພານີ້ ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ສົ່ງກຳມະການຕັດສິນກິລາລາວລະດັບ ຟີຟາ (FIFA) ຈຳນວນ 7 ທ່ານ ເປັນຍິງ 1 ທ່ານ,ໄດ້ອອກເດີນທາງໄປຍັງປະເທດມາເລເຊຍ ເພື່ອເຂົ້າຮ່ວມຝຶກອົບຮົມສຳຫຼັບ ກຳມະການຕັດສິນລະດັບອາຊຽນ ໃນລະຫວ່າງວັນທີ 24 – 28 ກຸມພານີ້ ເພື່ອກະກຽມການແຂ່ງຂັນລາຍການຕ່າງໆທີ່ ສະຫະພັນບານເຕະອາຊຽນ ໃນປີ 2020 ນີ້

ລາຍຊື່ ກຳມະການຕັດສິນ ແລະ ຜູ້ຊ່ວຍກຳມະການຂອງລາວເຮົາເຂົ້າຮ່ວມຝຶກອົບຮົມມີ:
1. ທ່ານ ໄຊປະເສີດ ພົງຊະນິດ (ກຳມະການຕັດສິນ)
2. ທ່ານ ຄຳສິງ ໄຊຍະວົງສີ (ກຳມະການຕັດສິນ)
3. ທ່ານ ສວຍ ວົງຄຳ (ກຳມະການຕັດສິນ)

4. ທ່ານ ກິຫລ້າ ລາດຊະວົງ (ຜູ້ຊ່ວຍກຳມະການຕັດສິນ)
5. ທ່ານ ສົມພາວັນ ຫລວງລາດ (ຜູ້ຊ່ວຍກຳມະການຕັດສິນ)
6. ທ່ານ ພອນສຸກສິນ ເຕໂຊ (ຜູ້ຊ່ວຍກຳມະການຕັດສິນ)
7. ທ່ານນາງ ພຸດສະຫວັນ ຈັນທະວົງ (ຜູ້ຊ່ວຍກຳມະການຕັດສິນ)

ນອກຈາກກຳມະການຕັດສິນຟີຟາ (FIFA) ແລ້ວຍັງມີ ທ່ານ ສີປະເສີດ ສິນບັນດິດ (ຫົວໜ້າພະແນກກຳມະການຕັດສິນ.ສຕລ) ໄດ້ອອກເດີນທາງໄປພ້ອມເຊັ່ນດຽວກັນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ