ເພາະຮັກຈຶ່ງຢາກໃຫ້ພັກຜ່ອນ

ໃນຊ່ວງເທສະການແຫ່ງຄວາມຮັກດັ່ງ “ວັນວາເລັນທາຍ” ຫຼາຍຄົນກຳລັງຊອກຫາຂອງຂວັນໃຫ້ກັນຄົນທີ່ສຸດຮັກ ບໍ່ແມ່ນເລື່ອງງ່າຍທີ່ຈະຫາສິ່ງຂຶງເພື່ອແທນຄວາມຮູ້ສຶກຫ່ວງໃຍຄິດເຖິງ ແລະ ເຫັນຜູ້ຮັບເປັນຄົນພິເສດ.

“ຊໍ່ດອກກຸຫຼາບງາມໆ” ດອກ ໄມ້ຍອດນິຍົມທີ່ມັກມອບໃຫ້ແກ່ກັນ ໃນວັນວາເລັນທາຍ ແຕ່ຫາກໄປຫາຊື້ຕາມຊ່ວງເທສະການຮັບຮອງວ່າລາຄາແພງຂຶ້ນຫຼາຍເທົ່າຕົວ.

ຫຼື ຈະໄປຫາຊື້ເຄື່ອງປະດັບເຊັ່ນ ສ້ອຍຄໍ, ຕ້າງຫູ ຫຼື ແຫວນ ໃຫ້ກັນ ກໍບໍ່ແມ່ນເລື່ອງງ່າຍ ທີ່ຈະຕ້ອງຊອກໄດ້ຕາມທີ່ຕ້ອງການ ຖ້າຍັງເລືອກຂອງຂວັນຍັງບໍ່ທັນໄດ້ ວາເລັນທາຍປີນີ້ລອງມາປ່ຽນມາໃຫ້ “ຊຸດທ່ອງທ່ຽວພັກສຸຂະພາບ” ເປັນຂອງຂວັນກໍໜ້າຈະເປັນການດີເຊັ່ນກັນ ແລະ ຈະໄດ້ຮັບຮອຍຍິ້ມຈາກຄົນຮັກບໍ່ໜ້ອຍທີດຽວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ