ບາເຊໂລນ້າຄວ້າ ເບຣດເວັດ 18 ລ້ານເອີໂຣ ເພື່ອມາທົດແທນ ເດັມເບເລ່ທີ່ພັກຍາວ..!

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ບາຣເຊໂລນ້າ ສະໂມສອນບານເຕະຊັ້ນນຳໃນລີກລາລີກ້າ ແອັສປາຍ ຍອມຈ່າຍ 18 ລ້ານເອີໂຣ ເພື່ອຄວ້າຕົວ ມາຣຕິນ ເບຣດເວັດ ກອງໜ້າຊາວເດັນມາກ ໄວ 28 ປີ ຈາກສະໂມສອນ ເລກາເນ່ ເພື່ອນຮ່ວມລີກມາເສີມຄົມແທນ ອຸສມານ ເດັມເບເລ່ ກອງໜ້າຊາວຝຣັ່ງ ທີ່ເຈັບໜັກບໍລິເວນເອັນຫລັງຫົວເຂົ່າຕ້ອງໄດ້ຜ່າຕັດ ແລະ ພັກຍາວປະມານ 6 ເດືອນ ໝົດສິດຊ່ວຍທີມຈົນຈົບລະດູການນີ້.

ບາຣຊ້າ ສາມາດຊື້ນັກເຕະເສີມທັບຫລັງຕະຫລາດຊື້-ຂາຍນັກເຕະປິດລົງໄດ້ ເພາະເປັນກົດໃຫມ່ຂອງລາລີກ້າ ໃນລະດູການນີ້ ທຸກສະໂມສອນ ສາມາດເຊັນນັກເຕະໃໝ່ເຂົ້າມາຮ່ວມທີມໄດ້ຕະຫຼອດເວລາ ຫາກມີນັກເຕະໃນທີມໄດ້ຮັບບາດເຈັບຕັ້ງແຕ່ 5 ເດືອນຂຶ້ນໄປ ແຕ່ຕ້ອງເປັນນັກເຕະພາຍໃນລີກລາລີກ້າ ຫຼື ເປັນນັກເຕະບໍ່ມີສັງກັດເທົ່ານັ້ນ.

ສຳລັບ ມາຣຕິນ ເບຣດເວັດ ເປັນກອງໜ້າທີ່ມີຜົນງານດີສົມຄວນ ລະດູການນີ້ ລົງຫລິ້ນ 27 ນັດ ຍິງ 8 ປະຕູ, ຜ່ານມາມີປະສົບການກັບຫລາຍສະໂມສອນເຊັ່ນ: ເອັສເບີກ ໃນບ້ານເກີດ, ຕູລຸສ (ຝຣັ່ງ), ມິດເດິນສະໂບ (ອັງກິດ), ບັອກໂດ (ຝຣັ່ງ) ແລະ ເລກາເນ່ (ແອັສປາຍ) ລວມແລ້ວລົງຫລິ້ນ 349 ນັດ ຍິງ 85 ປະຕູ.

ໃນນາມທີມຊາດເດັນມາກ (ດານມາກ) ຕິດທີມຊຸດໃຫຍ່ມາແຕ່ປີ 2013 ລົງຫລິ້ນ 39 ນັດ ຍິງ 7 ປະຕູ ແລະ ຢູ່ໃນຊຸດບານໂລກ 2018. ເບຣດເວັດ ເຊັນສັນຍາຢູ່ກັບ ບາຣຊ້າ ຈົນສິ້ນເດືອນມິຖຸນາ ປີ 2024.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ