ການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ວຽກກະສິກຳຂອງລາວໄດ້ມີປະສິດທິພາບ

ຜູ້ຊ່ຽວຊານດ້ານ   ວຽກ​ງານ​ອຸ​ຕຸ​ກະ​ເສດຂອງລາວ ທັງເປັນຜູ້ອຳນວຍການໂຄງການສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະ​ບົບ​ຂໍ້​ມູນນ​ຂ່າວ​ສານ ແລະ ການ​ຕິດ​ຕາມສະພາບ​ອຸ​ຕຸ​ກະ​ເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານຂອງລາວ (SAMIS) ໄດ້ລາຍງານຕໍ່ກອງປະຊຸມສາກົນກ່ຽວກັບການບໍລິການດິນຟ້າອາກາດ ຄັ້ງທີ  VI ຢູ່ອິນເດຍວ່າ:  ຜົນໄດ້ຮັບອັນພົ້ນເດັ່ນໃນໄລຍະຜ່ານມາເຖິງປັດຈຸບັນຄື: ການນຳໃຊ້ລະບົບໂທລະໂຄ່ງໃນຊຸມຊົນ ເພື່ອການປະຊາສຳພັນສຳລັບຊາວບ້ານເປັນການທົດລອງຢູ່ 20 ແຫ່ງ ເຊິ່ງມີຜູ້ໄດ້ຮັບຜົນປະໂຫຍດ ປະມານ 25.295 ຄົນ ເທົ່າກັບ 67,3% ຂອງ​ຊາວ​ກະສິກອນ​ທັງ​ໝົດ​ໃນ​ບ້ານ​ເປົ້າໝາຍ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຈາກ​ໂຄງການ​ນີ້, ພ້ອມນັ້ນກໍແມ່ນບັນດາສື່ສັງຄົມອອນລາຍທີ່ເປັນທີ່ນິຍົມ ແລະ ມີປະສິດທິພາບສູງ ກໍຄື ເຟສບຸກໄດ້ຖືກນຳໃຊ້ເຂົ້າໃນການໂຄສະນາຂ່າວພະຍາກອນອາກາດໃຫ້ຊຸມຊົມຈຳນວນຫຼາຍໃນນະຄອນຫຼວງວຽງຈັນ  ໂດຍມີຜູ້ເຂົ້າຊົມປະມານ 1 ແສນຄົນ, ພ້ອມທັງໄດ້ນໍາສະເໜີໂຄງການຕົວແບບກ່ຽວກັບການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ຊາວກະສິກອນທີ່ໄດ້ຈັດຕັ້ງປະຕິບັດໃນຫຼາຍແຫຼ່ງ ໂດຍສະເພາະແມ່ນແຂວງຫລວງນ້ຳທາ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງວຽງຈັນ.

ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໄດ້ໝູນໃຊ້ຫລາຍໆວິທີການ ເປັນຕົ້ນໂຮງຮຽນຊາວນາກໍໄດ້ຖືກນຳໃຊ້ເຂົ້າໃນວີທີການດັ່ງກ່າວ. ນອກນັ້ນ ກໍແມ່ນໂພສເຕີດ້ານສະພາບອາກາດກໍໄດ້ຮັບການພັດທະນາຂຶ້ນ ໂດຍຮ່ວມມືກັນກັບໂຄງການອາຫານໂລກ (WFP) ໃນໂຮງຮຽນ 5 ແຫ່ງທີ່ຕົວແບບໄດ້ສົນທະນາໃນຫລາຍໆບັນຫາ ເພື່ອແນໃສ່ປັບປຸງການຕັດສິນໃຈດ້ານສະພາບອາກາດຢ່າງເໝາະສົມຕາມສະພາບການຕ່າງໆໃຫ້ມີລັກສະນະທັນສະໄໝຂຶ້ນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ