ຈີນ ອະນຸມັດໃຫ້ຢາ Favilavir ເປັນຢາຕ້ານ ໄວຣັສໂຄວິດ-19 ຢ່າງເປັນທາງການ

ສຳນັກຂ່າວໄຊນ່າ ເດລີ ລາຍງານວ່າ: ສຳນັກງານບໍລິຫານຜະລິດຕະພັນທາງການແພດແຫ່ງຊາດຂອງຈີນ ໄດ້ໃຫ້ການຮັບຮອງຢາຕ້ານໄວຣັສ Favilavir ເປັນຢາຕ້ານໄວຣັສໂຄວິດ-19 ແລະ ຖືເປັນຢາຕ້ານໄວຣັສໂຄວິດ-19 ຊະນິດທຳອິດທີ່ໄດ້ຮັບອະນຸມັດຢ່າງເປັນທາງການ.
ໂດຍຢາ Favilavir ເປັນຢາທີ່ໄດ້ຮັບການພັດທະນາໂດຍບໍລິສັດ Zhejiang Hisun Pharmaceutical ໂດຍຄາດວ່າຢາ Favilavir ຈະມີບົດບາດສຳຄັນໃນການປ້ອງກັນ ແລະ ປິ່ນປົວໂຣກທີ່ມາຈາກເຊື້ອໄວຣັສໂຄວິດ-19 ຫລັງຈາກກ່ອນໜ້ານີ້ ໄດ້ມີການໃຊ້ຢາ Favilavir ໃນການທົດລອງປິ່ນປົວຜູ້ປ່ວຍ 70 ຄົນໃນເມືອງເສິນເຈິ້ນ ກ່ອນທີ່ຢາ Favilavir ຈະໄດ້ຮັບການອະນຸມັດ ໃນທ້າຍອາທິດຜ່ານມາ.
ເຊິ່ງນອກຈາກຢາຕ້ານໄວຣັສ Favilavir ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນ ຍັງໄດ້ທົດລອງອີກສອງຊະນິດຢາຄື: ຢາປິ່ນປົວມາລາເຣຍ ຄໍໂຣຄວິນ ຟອສເຟດ (Chloroquine Phosphate) ທີ່ໄດ້ໃຊ້ໃນການທົດລອງກັບຜູ້ປ່ວຍຫລາຍກວ່າ 100 ຄົນໃນໂຮງໝໍ 10 ແຫ່ງຢູ່ນະຄອນຫລວງປັກກິ່ງ ແລະ ມົນທົນກວາງຕຸ້ງ ໂດຍຫລ້າສຸດໄດ້ມີການທົດລອງເພີ່ມອີກຢູ່ໂຮງໝໍໃນມົນທົນຫູໜານ.
ຂະນະທີ່ອີກໜຶ່ງຊະນິດຢາຄື: ຢາເຣມເດຊິເວຍ (Remdesivir) ເຊິ່ງໄດ້ມີການທົດລອງໃຊ້ໃນສະຖາບັນການແພດຫລາຍກວ່າ 10 ແຫ່ງໃນເມືອງອູ່ຮັ່ນ ໂດຍກ່ອນໜ້ານີ້ ສະຖາບັນສຸຂະພາບແຫ່ງຊາດອາເມລິກາ (NIH) ເປີດເຜີຍວ່າ: Remdesivir ເປັນຢາທີ່ສາມາດໃຊ້ປິ່ນປົວໂຣກຊາຣ໌ສ ລວມທັງໃຊ້ປິ່ນປົວເຊື້ອໄວຣັສໂຄໂຣນາໃນລີງ.
ທັງນີ້ ນັກວິໄຈ ແລະ ທີມແພດ ລວມທັງຜູ້ຜະລິດຢາໃນປະເທດຈີນ ໄດ້ເລັ່ງການຜະລິດຢາ Favilavir ເພື່ອໃຊ້ໃນການປິ່ນປົວຜູ້ປ່ວຍຈາກເຊື້ອໄວຣັສໂຄວິດ-19 ເຊິ່ງປັດຈຸບັນມີຜູ້ປ່ວຍທົ່ວໂລກ 75.199 ຄົນ.

