ບໍລິສັດ ຊີໂດໄຮໂດ ຍອມຮັບຄວາມຜິດທີ່ເຮັດສານເຄມີຮົ່ວ ໄຫລລົງນ້ຳລີກ



ໃນວັນທີ 18
ກຸມພານີ້, ບໍລິສັດ ຊີໂດໄຮໂດ
ໄດ້ຍອມຮັບຄວາມຜິດພາດໃນການດຳເນີນງານຂອງຕົນ,ໂດຍໄດ້ເຮັດໃຫ້ຖັງເກັບນ້ຳຢາເຄມີເພື່ອຊ່ວຍໃຫ້ຄອນກຣີດແຂງໂຕໄວແຕກ
ແລະ ຮົ່ວໄຫລລົງຢູ່ຈຸດອຸມົງທາງລົດໄຟລາວ-ຈີນ ເຂດບ້ານ ວຽງແກ້ວ ເມືອງກາສີ ແຂວງວຽງຈັນ,
ແລ້ວໄຫລລົງສູ່ນ້ຳລີກ ອັນສົ່ງຜົນສະທ້ອນໃຫ້ແມ່ນ້ຳເປັນພິດ ແລະ ປາຕາຍເປັນຈຳນວນຫລາຍ.

ບໍລິສັດ ຊີໂດໄຮໂດ ກໍ່ສ້າງທາງລົດໄຟລາວ-ຈີນ ເປີດເຜີຍວ່າ: ຖັງບັນຈຸສານເຄມີດັ່ງກ່າວມີບໍລິມາດຂະໜາດ
1 ພັນລິດ ແລະ ໄດ້ແຕກຊຶມຮົ່ວລົງສູ່ແມ່ນ້ຳທຳມະຊາດປະມານ 100 ກວ່າລິດ ແລະ ຫລັງຈາກນັ້ນກໍໄດ້ຮີບຮ້ອນແຈ້ງເຕືອນໃຫ້ປະຊາຊົນຜູ້ຢູ່ລຽບຕາມແຄມນ້ຳລີກຮັບຊາບ,
ຫ້າມບໍລິໂພກປະ ແລະນ້ຳໃນແມ່ນ້ຳດັ່ງກ່າວ, ໂດຍສະເພາະແມ່ນເຂດບ້ານ ໂພນແບ່ງ, ວຽງຄຳ ແລະ
ບ້ານ ວຽງແກ້ວ ເປັນຕົ້ນ.

ຕໍ່ກັບຜົນກະທົບທີ່ເກີດຂຶ້ນ, ໃນວັນທີ 18 ກຸມພາ ນີ້, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ກໍໄດ້ມີການປະຊຸມຮ່ວມກັບບໍລິສັດດັ່ງກ່າວ ເພື່ອຫາທາງແກ້ໄຂໂດຍສອງຝ່າຍໄດ້ຕົກລົງ ເຫັນດີນຳກັນວ່າ: ບໍລິສັດຈະຕ້ອງຟື້ນຟູ ກ່ຽວກັບ ລະບົບນິເວດທາງນ້ຳ ໃນບໍລິເວນຫ້ວຍຫີນຊາ ແລະ ນ້ຳລີກໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ແລະ ຕໍ່ກັບຜົນກະທົບເບື້ອງຕົ້ນບໍລິສັດເຫັນດີຊົດເຊີຍໃນມູນຄ່າ 70 ລ້ານກີບ, ນອກນັ້ນ ກໍຈະມີການອານາໄມຕະກອນຢູ່ອ່າງບຳບັດນ້ຳເປື້ອນຈາກໂຄງການ ກ່ອນຈະປ່ອຍນ້ຳອອກສູ່ທຳມະຊາດ, ເພື່ອຫລຸດຜ່ອນຜົນກະທົບໃນສະເພາະໜ້າ ໃຫ້ສຳເລັດພາຍໃນວັນທີ 19-20 ກຸມພາ ນີ້ ແລະ ໃຫ້ບໍລິສັດເອົາໃຈໃສ່ເກັບມ້ຽນພາຊະນະບັນຈຸສານເຄມີ ແລະ ສິ່ງເສດເຫລືອຕ່າງໆໃຫ້ເປັນລະບົບ ແລະ ຖືກຕ້ອງຕາມເຕັກນິກວິຊາການ.

