ແຍກທາງກັນຍ້ອນເລື່ອງເທິງຕຽງຫຼຸດລົງ

ຂ້ອຍ ແລະ ຜົວຂອງຂ້ອຍແຕ່ງງານກັນໄດ້ 3 ປີແລ້ວ, ມີລູກອາຍຸ 1 ປີນຳກັນໜຶ່ງຄົນ. ນັບແຕ່ມື້ຮູ້ຈັກກັນ ແລະ ເປັນແຟນກັນມາຈົນເຖິງມື້ເກີດເລື່ອງເທິງຕຽງນຳກັນນັ້ນແມ່ນປົກະຕິດີ.

ແຕ່ພາຍຫຼັງເກີດລູກແລ້ວຂ້ອຍຂະລຳເລື່ອງເທິງຕຽງກັບຜົວເປັນເວລາ 6 ເດືອນ ເພາະຂ້ອຍເກີດລູກດ້ວຍການຜ່າຕັດ. ເມື່ອເກີດລູກແລ້ວ ຂ້ອຍຮູ້ສຶກວ່າຄວາມຕ້ອງການທາງອາລົມເພດຫຼຸດລົງ , ເດືອນໜຶ່ງກໍໄດ້ພຽງແຕ່ 1-2 ເທື່ອເທົ່ານັ້ນ. ສ່ວນໜຶ່ງກໍແມ່ນຍ້ອນຂ້ອຍຕື່ນເອົາລູກກິນນົມ ແລະ ສ່ວນໜຶ່ງອີກກໍເພື່ຶອໃຫ້ຜົວໄດ້ນອນແຈບ ເພາະມື້ຕໍ່ມາຜົວຍັງຈະໄປການ ແລະ ຂ້ອຍກໍບໍ່ໄດ້ນອນອີ່ມເຕັມຕາຍ້ອນເບິ່ງລູກນ້ອຍ.

ຜົວຂ້ອຍມັກຈະເກີດອາລົມເສຍ, ຍ້ອນຂ້ອຍບໍ່ມີຄວາມຕ້ອງການທາງເພດກັບເຂົາ, ເຂົາຈຶ່ງເກີດອາລົມວູ່ວີກັບຂ້ອຍ ຮ້າຍແຮງໄປກວ່ານັ້ນເຂົາຍັງເວົ້າລ່ວງເກີນຕຳກຽດສັກສີຂອງຂ້ອຍຕື່ມອີກເພາະຂ້ອຍຕອບສະໜອງຄວາມຕ້ອງການໃຫ້ກັບເຂົາບໍ່ໄດ້, ພາຍຫຼັງເກີດລູກຄວາມຕ້ອງການທາງເພດຂອງຂ້ອຍຫຼຸດລົງຢ່າງຈະແຈ້ງ, ບໍ່ມີຄວາມຕ້ອງການເລີຍ, ຂ້ອຍຄິດຈະໄປກວດ ແລະ ບຳລຸງສຸຂະພາບຫຼາຍເທື່ຶອແຕ່ກໍບໍ່ເກີດ.

ຂ້ອຍລັກຄິດຢູ່ໃນໃຈຜູ້ດຽວວ່າເປັນຫຍັງຜົວບໍ່ເຫັນໃຈຂ້ອຍແດ່ ແລະ ເປັນຫຍັງບໍ່ຊ່ວຍຂ້ອຍແດ່ໃນເມື່ອຂ້ອຍເປັນແນວນີ້? ມີຫຼາຍເທື່ອຂ້ອຍກໍຄິດຢາກໃຫ້ໂອກາດກັບຜົວ ແຕ່ເມື່ອຄິດເຖິງຄວາມຜິດຂ້ອງຕ້ອງຖຽງກັນແລ້ວ ກໍເຮັດໃຫ້ເສຍອາລົມເພດໄປ.

ພວກຂ້ອຍໄດ້ຕັດສິນໃຈແຍກທາງກັນ. ຂ້ອຍຮູ້ສຶກວ່າ ອາລົມເພດຈະເກີດຂຶ້ນໄດ້ກໍຕໍ່ເມື່ອສອງຄົນຮັກແພງກັນ ໃກ້ສິດກັນ ບໍ່ຜິດຖຽງກັນ. ແຕ່ໃນເມື່ອຕົກຢູ່ໃນສະພາບແບບນີ້ແລ້ວຂ້ອຍຈະຕ້ອງເຮັດແນວໃດດີ? ເອົາໃຈຜົວ ຫຼື ຢ່າຮ້າງ?

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ