ລັດຖະບານ ມອບລາງວັນໃຫ້ບໍລິສັດ ແລະ ນັກທຸລະກິດດີເດັ່ນ ປີ 2019 ຈໍານວນ 55 ບໍລິສັດ

ພິທີມອບ-ຮັບລາງວັນໃຫ້ແກ່ນັກທຸລະກິດຊັ້ນນໍາດີເດັ່ນ ປີ 2019, ໄດ້ມີຂຶ້ນໃນວັນທີ 14 ກຸມພານີ້, ຢູ່ນະຄອນຫຼວງວຽງຈັນ, ເພື່ອຍ້ອງຍໍສັນລະເສີນບັນດາບໍລິສັດ ແລະ ນັກທຸລະກິດດີເດັ່ນດັ່ງກ່າວຈໍານວນ 55 ຫົວໜ່ວຍ ເພື່ອສ້າງແຮງບັນດາໃຈໃຫ້ແກ່ເຂົາເຈົ້າສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີຜົນສໍາເລັດຍິ່ງກວ່າເກົ່າ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ມີຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເຂົ້າຮ່ວມນໍາດ້ວຍ.

ຜູ້ໄດ້ຮັບການຍ້ອງຍໍດັ່ງກ່າວໂດຍຜ່ານການຄັດເລືອກຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຂາກຜົນງານທີ່ພົ້ນເດັ່ນໃນການຕັ້ງໜ້າປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງມີຜົນສໍາເລັດ ເປັນຕົ້ນ ໄດ້ຊ່ວຍເຫຼືອເຂດຫ່າງໄກສອກຫຼີກ, ກໍ່ສ້າງພື້ນຖານໂຄງລ່າງໂຮງຮຽນ, ໂຮງໝໍ ແລະ ຖະໜົນຫົນທາງຕ່າງໆ ດ້ວຍທຶນຮອນຂອງຕົນ. ລາງວັນດັ່ງກ່າວຈະຊ່ວຍຍົກສູງພາລະບົດບາດຂອງເຂົາເຈົ້ານັບມື້ພົ້ນເດັ່ນ ແລະ ຍັງເປັນການຊຸກຍູ້, ສົ່ງເສີມໃຫ້ທຸລະກິດລາວ ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ.

.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ