ປີຜ່ານມາ ທົ່ວປະເທດມີຜູ້ເສຍຊີວິດຈາກລະເບີດບໍ່ທັນແຕກຕົກຄ້າງຢູ່ລາວ 5 ຄົນ

    ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານຕໍ່ກອງປະຊຸມວິຊາການ ແຮງງານ ແລະ ສະວັດດີການສັງຄົມ ປະຈໍາປີ 2019 ທີ່ໄດ້ຈັດຂຶ້ນໃນທ້າຍເດືອນ ມັງກອນ ນີ້ວ່າ: ປີຜ່ານມາ, ທົ່ວປະເທດ​​ມີອຸປະ​ຕິເຫດເກີດຂຶ້ນໃໝ່  6 ຄັ້ງ, ມີຜູ້​ໄດ້​ຮັບ​ເຄາະ​ຮ້າຍ 10 ຄົນ,​ ໃນ​ນີ້ ບາດເຈັບ 5 ຄົນ ແລະ ເສຍຊີວິດ 5 ຄົນ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືືກເຄາະຮ້າຍຈາກລະເບີດບໍ່ທັນແຕກຕົກຄ້າງ ໄດ້ທັງໝົດ 78 ຄົນ, ເທົ່າກັບ 78% ຂອງແຜນການ (100 ຄົນ), ໃນນີ້ ປິ່ນປົວການແພດ 28 ຄົນ,  ຟື້ນຟູສຸຂະພາບຈິດ ແລະ ສຸຂະພາບ​ຮ່າງກາຍ 24 ຄົນ ແລະ ສະໜອງທຶນການສຶກສາ 32 ຄົນ. ສໍາຫຼວດບໍ່ແມ່ນວິຊາການເພື່ອຊອກຫາຈຸດຫຼັກຖານ ລບຕ ຢູ່ 543 ບ້ານ, ເທົ່າກັບ 49% ຂອງແຜນການ (1.106 ບ້ານ), ສໍາຫຼວດວິຊາການຕາມຈຸດຫຼັກຖານ ລບຕ ສາມາດກໍານົດເປັນພື້ນທີ່ ລບຕ ໄດ້ 18.384 ເຮັກຕາ, ເທົ່າກັບ 80% ຂອງແຜນການ (27.750 ເຮັກຕາ), ພົບເຫັນ ລບຕ ຕົກຄ້າງຈຳ​ນວນ 20.082 ໜ່ວຍ, ໃນນີ້ ມີລະເບີດລູກຫວ່ານ 18.567 ໜ່ວຍ, ກວດກູ້ລະເບີດບໍ່ທັນແຕກຕົກຄ້າງອອກຈາກພື້ນ​ທີ່​ໄດ້ທັງ​ໝົດ 5.116 ເຮັກຕາ ລື່ນຄາດໝາຍແຜນການ 13,68% ແລະ ທໍາລາຍ ລບຕ ໄດ້ທັງໝົດ79.335 ໜ່ວຍ, ໃນນີ້ ມີລະ​ເບີດ​ລູກ​ຫວ່ານ 62.46 ໜ່ວຍ.

ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາແຜນການປີ 2020, ໃນນີ້, ໄດ້ເຊັນກັບອົງການແມັກ 2 ສະບັບ, ມູນຄ່າ 5 ລ້ານໂດລາ, ອົງການເຫັດໄອ ມູນຄ່າຫຼາຍກວ່າ 2,74 ລ້ານໂດລາສະ​ຫະ​ລັດ, ອົງການຮ່ວມມືສາກົນ ສ. ເກົາຫຼີ (ກອຍກາ) ມູນຄ່າ 5,5 ລ້ານໂດລາສະ​ຫະ​ລັດ, ອົງການເຮໂລທຼາດ ມູນຄ່າ 21 ລ້ານກວ່າໂດລາສະຫະລັດ ແລະ ອົງການເອັນພີເອ ມູນຄ່າ 11 ລ້ານກວ່າໂດລາສະ​ຫະ​ລັດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ