ຍີ່ປຸ່ນ ຊ່ວຍເຫລືອຝຶກອົບຮົມທັກສະການຕັດຫຍິບເສື້ອຜ້າໃຫ້ລາວ

ທ້າຍອາທິດຜ່ານມານີ້,ລັດຖະບານຍີ່ປຸນໄດ້ຕົກລົງສະໜອງທຶນຊ່ວຍເຫລືອລ້າຈຳນວນ 147.657 ໂດລາສະຫະລັດ, ເພື່ອສະໜັບສະໜູນໂຄງການຝຶກອົບຮົມທັກສະການຕັດຫຍິບເສື້ອຜ້າຢູ່ ແຂວງສະຫວັນນະເຂດ, ສປປ ລາວ. ລະຫວ່າງ ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ທ່ານນາງ ໂຄດາມະ ມາຊາໂຢະ ປະທານອົງການ Reborn Kyoto ອົງການທີ່ບໍ່ສະແຫວງຜົນກຳໄລຜູ້ທີ່ຈະມາລິເລີ່ມ ແລະ ບໍລິຫານໂຄງການດັ່ງກ່າວ.

ເພື່ອແນໃສ່ປະກອບສ່ວນສ້າງໂອກາດໃຫ້ແມ່ຍິງ ແລະ ໄວໜຸ່ມໃນເຂດພູດອຍຂອງລາວໄດ້ສ້າງລາຍຮັບໃຫ້ຕົນເອງເພີ່ມຕື່ມໂດຍຜ່ານການນຳໃຊ້ເຕັກນິກການຕັດຫຍິບເສື້ອຜ້າທີ່ສອນຢູ່ວິທະຍາໄລ ວິຊາຊີບສະຫວັນນະເຂດ ສາຂາ ເຊໂປນ. ອົງການ Reborn Kyoto ຈະສະໜອງການຊ່ວຍເຫລືອທາງວິຊາການດ້ານການຕັດຫຍິບເສື້ອຜ້າ ແລະ ການບຳລຸງຮັກສາຈັກຫຍິບເຄື່ອງ ລວມໄປເຖິງການສົ່ງຜູ້ຊ່ຽວຊານຍີ່ປຸ່ນມາໃຫ້ການຊ່ວຍເຫລືອນຳອີກ.

ສິນຄ້າທີ່ຜະລິດໄດ້ຈະຖືກນຳມາຂາຍໃນລາຄາທີ່ເປັນເອກະພາບທັງໃນ ລາວ ແລະ ຍີ່ປຸ່ນ. ເຊິ່ງທຶນຊ່ວຍເຫລືອລ້າດັ່ງກ່າວຍັງຈະສະໜອງໂອກາດໃນການເສີມຂະຫຍາຍທັກສະໃຫ້ແກ່ປະຊາຊົນໃນຂົງເຂດເມືອງເຊໂປນ ໂດຍຜ່ານການຝຶກອົບຮົມຕ່າງໆ. ພາຍຫລັງໄດ້ຮັບສ້າງຕັ້ງຂຶ້ນແຕ່ປີ 1979 ເປັນຕົ້ນມາ, ອົງການ Reborn Kyoto ໄດ້ໃຫ້ການສະໜັບສະໜູນຄວາມເປັນເອກະລາດທາງດ້ານເສດຖະກິດ ແລະ ແນວຄິດໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມໃນ 8 ປະເທດ ລວມທັງໃນ ຍີ່ປຸ່ນ ໂດຍຜ່ານການຝຶກສອນເຕັກນິກການຕັດຫຍິບເສື້ອຜ້າ ໂດຍນຳໃຊ້ຊຸດ ກິໂມໂນແບບດັ້ງເດີມຂອງ ຍີ່ປຸ່ນ ທີ່ໄດ້ຮັບບໍລິຈາກມາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ