EU ຍົກເລີກສິດທິພິເສດການຄ້າບາງສ່ວນຂອງກຳປູເຈຍ

ສະຫະພາບເອີຣົບ ຍົກເລີກສ່ວນໜຶ່ງຂອງສິດທິພິເສດທາງການຄ້າທີ່ມອບໃຫ້ກຳປູເຈຍ ໂດຍໃຫ້ເຫດຜົນເລື່ອງສິດທິມະນຸດ ແລະ ຍົກລະດັບການຮ່ວມມືການຄ້າກັບຫວຽດນາມຢ່າງເປັນທາງການ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການເອີຣົບ (EC) ເຊິ່ງເປັນຝ່າຍບໍລິຫານຂອງສະຫະພາບເອີຣົບ (EU) ອອກຖະແຫລງການໃນວັນທີ 12 ກຸມພາ ເລື່ອງຍົກເລີກສິດທິພິເສດທາງການຄ້າຂອງກຳປູເຈຍໃນການເຂົ້າເຖິງລະບົບຕະຫລາດດຽວຂອງສະຫະພາບ ໃນໂຄງການຍົກເວັ້ນສິນຄ້າຈຳພວກອາວຸດຍຸດໂທປະກອນ (Everything but Arms: EBA) ຫລື “ຂາຍໄດ້ທຸກຢ່າງທີ່ບໍ່ແມ່ນອາວຸດ” ເຊິ່ງ EU ສະເໜີໃຫ້ຢ່າງໜ້ອຍ 48 ປະເທດ ໂດຍກຳປູເຈຍຈະສູນເສຍສິດດັ່ງກ່າວປະມານ 1.000 ລ້ານເອີໂຣ ຫລື 20% ຈາກມູນຄ່າທັງໝົດຂອງສິນຄ້າສົ່ງອອກຈາກກຳປູເຈຍໄປ EU.
ທັງນີ້ EC ໃຫ້ເຫດຜົນຂອງການຍົກເລີກສິດພິເສດບາງສ່ວນຂອງກຳປູເຈຍຈາກໂຄງການ EBA ວ່າ: ເປັນຜົນຈາກການທີ່ລັດຖະບານກຳປູເຈຍຂອງນາຍົກລັດຖະມົນຕີ ສົມເດັດ ຮຸນເຊນ ລະເມີດສິດທິມະນຸດຂອງພົນລະເມືອງ “ຢ່າງຮ້າຍແຮງ ແລະ ເປັນລະບົບ” ໂດຍ EC ກຳນົດ “ເສັ້ນຕາຍ” 30 ວັນ ເລີ່ມວັນທີ 12 ພະຈິກປີຜ່ານມາ ໃຫ້ລັດຖະບານກຳປູເຈຍແກ້ໄຂບັນຫາສິດທິມະນຸດໃນປະເທດຈົນຢູ່ໃນລະດັບ “ເພິ່ງພໍໃຈ”.
ມື້ດຽວກັນ, ສະພາເອີຣົບມີມະຕິສຽງສ່ວນຫລາຍ 401 ຕໍ່ 192 ສຽງ ໃຫ້ສັດຕະຍາບັນຮັບຮອງຂໍ້ຕົກລົງການຄ້າເສລີ (FTA) ກັບຫວຽດນາມ ຫລັງລົງນາມຮ່ວມກັນຢູ່ນະຄອນຫລວງຮ່າໂນ້ຍ ໃນເດືອນມິຖຸນາປີຜ່ານມາ. ຖືເປັນປະເທດທີ 2 ໃນ 10 ປະເທດອາຊຽນ ເຊິ່ງມີ FTA ກັບ EU ຕໍ່ຈາກສິງກະໂປ, ສ່ວນສະພາແຫ່ງຊາດຂອງຫວຽດນາມມີກຳນົດໃຫ້ສັດຕະຍາບັນຕໍ່ FTA ກັບ EU ພາຍໃນເດືອນພຶດສະພາປີນີ້.

