ສະພາມວຍໂລກ (WBC) ກຽມປັບເວລາຊົກເຫຼືອ 10 ຍົກຈາກເດີມ 12 ຍົກ ເພື່ອປ້ອງກັນກະທົບທາງສະໝອງ

ອີງຕາມຈາກການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ທ່ານ ເມົາຣິຊິໂອ ສຸໄລມານ ປະທານສະພາມວຍໂລກ (WBC) ໃຫ້ສຳພາດວ່າ ມີຄວາມເຫັນເປັນເອກກະສັນກັນໃນກອງປະຊຸມວ່າຈະມີການປັບປ່ຽນໄລຍະເວລາຂອງການເເຂ່ງຂັນລົງໃນລາຍການຊີງແຊ້ມໂລກຈາກເດີມ 12 ຍົກໃຫ້ເຫຼືອພຽງ 10 ຍົກ ທັງນີ້ເພື່ອເປັນການປົກປ້ອງບັນດານັກຊົກທີ່ອາດຈະໄດ້ຮັບບາດເຈັບຈາກການແຂ່ງຂັນ
ທ່ານ ເມົາຣິຊິໂອ ສຸໄລມານ ໄດ້ຍົກຕົວຢ່າງຈາກຜົນກວດແລະວິໄຈທາງການແພດທີ່ລະບຸວ່າ ນັກມວຍສ່ວນໃຫຍ່ມີຄວາມສ່ຽງສູງທີ່ຈະໄດ້ຮັບອັນຕະລາຍໂດຍສະເພາະການກະທົບກະເທືອນທາງສະໝອງຫຼັງຈາກຊົກຫຼາຍກວ່າ 8 ຍົກຂື້ນໄປ ເຊີ່ງການອອກກົດບັງຄັບໃໝ່ນີ້ກໍ່ເພື່ອເປັນການຊ່ວຍປ້ອງກັນນັກຊົກຮຸ່ນເຍົາວະຊົນ ທີ່ກຳລັງຈະເລີນເຕີບໂຕຂື້ນມາແລະຕ້ອງການຈະເປັນນັກມວຍອາຊີບໃນອານາຄົດ

