ກົມການສຶກສາກ່ອນໄວຮຽນ ກຳນົດກອບແຜນຍຸດທະສາດການສຶກສາກ່ອນໄວຮຽນ 2021-2025

ກອງປະຊຸມກຳນົດກອບແຜນຍຸດທະສາດການສຶກສາກ່ອນໄວຮຽນ 2021-2025, ໄດ້ຈັດຂຶ້ນໃນວັນທີ 10 ກຸມພານີ້, ຢູ່ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາເພື່ອຫາລື ແລະ ປະກອບຄຳເຫັນໃສ່ ຮ່າງວິໄສທັດ ແລະ ຍຸດທະສາດການສຶກສາກ່ອນໄວຮຽນ, ພ້ອມທັງປະກອບຂໍ້ມູນໃສ່ແຜນປະຕິບັດງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ໄລຍະ 5 ປີ ຄັ້ງທີ IX (2021-2025). ເພື່ອຂະຫຍາຍການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນ ໄປສູ່ເຂດຫ່າງໄກສອກຫຼີກ ເຮັດໃຫ້ເດັກນ້ອຍໄດ້ຮັບການດູແລ ເບິ່ງແຍງ ແລະ ມີພັດທະນາການທີ່ດີ ສະນັ້ນ, ການຮັບຮູ້ ແລະ ຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ວ່າດ້ວຍ ການສຶກສາກ່ອນໄວຮຽນ ເປັນວຽກທີ່ສຳຄັນສຳລັບຜູ້ບໍລິຫານການສຶກສາ ແລະ ວິຊາການ ທີ່ສັງກັດຢູ່ທຸກລະດັບ.

ປັດຈຸບັນ, ແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ 2016-2020 ໄດ້ກໍາເອົາວຽກງານການສຶກສາກ່ອນໄວຮຽນ ເປັນວຽກບຸລິມະສິດໜຶ່ງທີ່ສໍາຄັນ ຊຶ່ງປະກອບມີ: 5 ຍຸດທະສາດ 19 ວຽກຈຸດສຸມຂອງຂະແໜງການຍ່ອຍການສຶກສາກ່ອນໄວຮຽນ, ແຕ່ເຖິງແນວໃດກໍຕາມ ຍຸດທະສາດດັ່ງກ່າວມີຂອບເຂດການປະຕິບັດຮອດປີ 2020 ເທົ່ານັ້ນ. ສະນັ້ນ, ເພື່ອກະກຽມໃຫ້ແກ່ການກຳນົດກອບແຜນຍຸດທະສາດ 5 ປີ ໃນຕໍ່ໜ້າ ຊຶ່ງຈໍາເປັນຕ້ອງມີຄວາມສອດຄ່ອງ ແລະ ສາມາດຜັນຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດວ່າດ້ວຍການສຶກສາກ່ອນໄວຮຽນ ເພື່ອກຳນົດກອບແຜນວຽກດັ່ງກ່າວ ເພື່ອສ້າງເປັນແຜນຍຸດທະສາດ (2021-2025) ຮ່ວມກັບບັນດາຂະແໜງການຍ່ອຍຕ່າງໆທີ່ກ່ຽວຂ້ອງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ