WHO ຕັ້ງຊື່​ພະຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ວ່າCOVID-19

      ວັນ​ທີ 11 ກຸມພາ​ນີ້, ​ເວທີ​ປຶກສາ​ຫາລື​ສາກົນ​ທີ່​ດຳ​ເນີນ​ເປັນ​ເວລາ 2 ວັນ ​ເພື່ອ​ຄົ້ນຄວ້າ ​ແລະ ປະດິດ​ສ້າງ​ຕໍ່​ເຊື້ອພະຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ເຊີ​ແນວ. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້ດຽວ​ກັນ, ທ່ານ ​ເຕ​ໂດຼສ ອັດ​ຮາ​ນົມ ​ເກ​ບຣິ​ເຢຊຸ​ສ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ ຫລື WHO ປະກາດ​ຈະຕັ້ງຊື່​ພະຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ວ່າ: ​ໂຄ​ວິດ-19 (COVID-19).

      ທ່ານ ​ເຕ​ໂດຼສ ຍັງ​ກ່າວ​ວ່າ: ວັກ​ແຊງ​ໂດຍ​ແນ​ໃສ່​ພະຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ຫລອດ​ທຳ​ອິດ​ອາດ​ຈະ​ສຳ​ເລັດ​ພາຍ​ໃນ 18 ​ເດືອນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ