ລັດເລັ່ງຜະລິດຜ້າອັດປາກໃຫ້ພຽງພໍກັບສັງຄົມຕ້ອງການ

    ໃນວັນທີ 11 ກຸມພານີ້, ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ທາງລັດ ຖະບານໄດ້ມອບໃຫ້ ໂຮງງານຕັດຫຍິບ, ຂອງກົມເສນາຮັກ ກະຊວງ ປ້ອງກັນປະເທດ ເປັນຜູ້ຜະລິດອັດປາກ ເພື່ອສະໜອງໃຫ້ສັງຄົມ ນຳໃຊ້ປ້ອງກັນເຊື້ອພະຍາດໃນໄລຍະທີ່ມີການແຜ່ລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໂຄໂຣນາ, ພາຍຫລັງເກີດມີສະພາບຜ້າອັດປາກຂາດແຄນ ເນື່ອງຈາກເກີດການແຜ່ລະບາດຂອງພະຍາດໄວຣັດດັ່ງກ່າວ, ຊຶ່ງມີຫລາຍປະເທດຜະລິດທັນ ກັບຄວາມຕ້ອງການຂອງສັງຄົມ.

    ທ່ານຫົວໜ້າກົມໃຫ້ຮູ້ວ່າ: ຜ້າອັດປາກທີ່ຈະຜິລິດນີ້, ຈະແຕກຕ່າງຈາກຜ້າອັດປາກທີ່ນຳເຂົ້າຈາກຕ່າງປະເທດ, ຊຶ່ງຈະໃຊ້ວັດຖຸດິບເປັນຜ້າແພ ເພື່ອສະດວກໃນການນຳໃຊ້ຄືນ, ນອກຈາກນີ້, ລັດຖະບານ ກໍເລັ່ງປະສານ ປະເທດເພື່ອນມິດເພື່ອໃຫ້ຈຳໜ່າຍສິນຄ້າຜ້າອັດປາກແກ່ປະເທດເຮົາ, ເນື່ອງຈາກວ່າ ປັດຈຸບັນສິນຄ້າປະເພດນີ້ຂາດຕະຫລາດ, ບໍ່ພຽງພໍກັບສັງຄົມຈຳນວນຫລາຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ