ເຕັກນິກການປູກໝາກເຂືອຍາວ (ໝາກເຂືອຫຳມ້າ)

ໝາກເຂືອຍາວ ຫລື ທີ່ເຮົາຮູ້ຈັກກັນວ່າ: “ໝາກເຂືອຫໍາມ້າ” ມີຊື່ວິທະຍາສາດວ່າ: Solanum melongena L, ມີ 2 ຊະນິດຄື: ຊະນິດທີ່ມີໝາກສີມ່ວງ ແລະ ໝາກສີຂຽວ ເປັນໜຶ່ງໃນພືດຕະກຸນໝາກເຂືອປູກງ່າຍ ແລະ ຈະເລີນເຕີບໂຕໄດ້ດີໃນດິນທຸກຊະນິດ, ດິນທີ່ມີຄວາມເປັນກົດເປັນດ່າງຢູ່ລະຫວ່າງ PH=5,5-6,5 ແລະ ປູກໄດ້ຕະຫລອດປີ, ແຕ່ສິ່ງສຳຄັນໃນການປູກນັ້ນ ຕ້ອງໄດ້ເອົາໃຈໃສ່ເລື່ອງທາດອາຫານ ເນື່ອງຈາກເປັນພືດທີ່ຕ້ອງການທາດອາຫານຫລາຍ, ມີຄວາມທົນຕໍ່ສະພາບອາກາດໄດ້ເປັນຢ່າງດີ, ເປັນພືດອາຍຸຍາວຂ້າມປີ. ໝາກເຂືອຍາວສາມາດໃຊ້ບໍລິໂພກໄດ້ທັງດິບ ແລະ ສຸກ ໃຊ້ປະກອບອາຫານໄດ້ຫລາຍຊະນິດເຊັ່ນ: ແຈ່ວ, ປົ່ນ, ຂົ້ວ ແລະ ອື່ນໆ. ຖ້າຜູ້ປູກໝັ່ນບົວລະບັດຮັກສາໄດ້ດີ, ຕົ້ນໝາກເຂືອຍາວສາມາດຢູ່ໄດ້ເຖິງ 2 ປີ. ການປູກໝາກເຂືອຍາວຈຳນວນ 1 ໄລ່ ສາມາດໃຫ້ຜົນຜະລິດໄດ້ເຖິງ 500 ກິໂລກຣາມ.
ການກ້າເບ້ຍ: ຂຸດດິນໃຫ້ເລິກ 15-20 ຊຕມ, ໃສ່ຝຸ່ນຄອກ ຫລື ຝຸ່ນໝັກທີ່ລະລາຍໄດ້ດີລົງດິນ ພ້ອມກັບຕີດິນໃຫ້ລະອຽດ ແລ້ວຍົກເປັນໜານກ້າຕາມຂະໜາດ ແລະ ຄວາມຕ້ອງການ, ປັບໜ້າດິນໃຫ້ພຽງ ແລ້ວນຳແກ່ນພັນໄປຫວ່ານໃຫ້ກະຈາຍທົ່ວໜານກ້າ, ໂຮຍຝຸ່ນຄອກ ຫລື ຝຸ່ນໝັກໃສ່ໜານ, ຈາກນັ້ນ ໃຊ້ເຟືອງແຫ້ງປົກບາງໆ, ຫົດນ້ຳໃຫ້ຊຸ່ມຢູ່ເລື້ອຍໆ, ເມື່ອເບ້ຍໝາກເຂືອມີອາຍຸໄດ້ 25-30 ວັນ ກໍຈະເລີ່ມມີໃບແທ້ 2-3 ໃບຈຶ່ງຍ້າຍລົງປູກ.
ການກຽມດິນ ແລະ ການປູກ: ກ່ອນການປູກຄວນຂຸດ ຫລື ໄຖດິນໃຫ້ເລິກປະມານ 15 ຊຕມ, ຕາກດິນໄວ້ 5-7 ວັນ ເນື່ອງຈາກໝາກເຂືອຍາວເປັນພືດທີ່ມີຮາກຂ້ອນຂ້າງເລິກ, ໜານປູກຄວນໂຮຍຝຸ່ນໝັກທີ່ລະລາຍໄດ້ດີປະສົມໃຫ້ເຂົ້າກັບດິນ, ໃສ່ຝຸ່ນຄອກປະມານ 20 ກິໂລກຣາມຕໍ່ເນື້ອທີ່ 5 ຕາແມັດ, ຄູນດິນເຮັດເປັນໜານປູກສູງ 20-30 ຊຕມ, ກວ້າງປະມານ 1,5 ແມັດ, ຄວາມຍາວຂອງໜານແລ້ວແຕ່ພື້ນທີ່, ຂຸດຂຸມປູກເລິກ 15-20 ຊຕມ, ໄລຍະຫ່າງລະຫວ່າງຕົ້ນ 1 ແມັດ, ລະຫວ່າງແຖວ 1 ແມັດ. ກ່ອນປູກໃຫ້ໂຮຍຮອງພື້ນຂຸມດ້ວຍຝຸ່ນວິທະຍາສາດສູດ 15-15-15 ອັດຕາຂຸມເຄິ່ງບ່ວງແກງ ແລະ ໃສ່ຝຸ່ນຄອກປົກຂຸມລະເຄິ່ງກິໂລ, ຫລັງຈາກນັ້ນໃຫ້ນຳເບ້ຍລົງປູກ ແລະ ຫົດນ້ຳໃຫ້ຊຸ່ມ.
ການບົວລະບັດ: ໃສ່ຝຸ່ນວິທະຍາສາດສູດ 15-15-15 ອັດຕາ 1 ບ່ວງແກງຕໍ່ຕົ້ນ ໃນທຸກໆ 15-20 ວັນ ໂດຍໃຫ້ໂຮຍໃສ່ຫ່າງຈາກເຫງົ້າຕົ້ນ 5-10 ຊຕມ ຫລື ໃຊ້ຝຸ່ນຄອກ, ຝຸ່ນໝັກຢ່າງສະໝໍ່າສະເໝີ. ການໃຫ້ນ້ຳຄວນໃຫ້ນ້ຳທຸກມື້, ໝັ່ນພວນດິນ ແລະ ກຳຈັດວັດສະພືດອອກເລື້ອຍໆ ເພື່ອບໍ່ໃຫ້ໄປຍາດນ້ຳ ແລະ ອາຫານນຳຕົ້ນໝາກເຂືອ.
ການປ້ອງກັນ ແລະ ກຳຈັດສັດຕູພືດ: ພະຍາດໝາກເນົ່າ ໝາກຈະແຫ້ງເປັນສີດໍາ ຫລື ປາຍໝາກດຳ ເກີດຈາກເຊື້ອລາ Phytophthora sp ແລະ Pythium sp ເມື່ອໝາກເປັນພະຍາດໝາກເນົ່າ ຈະສັງເກດເຫັນໄລຍະທຳອິດຈະເປັນຈຸດດຳ ຫລື ສີນ້ຳຕານເຂັ້ມຈຸດນ້ອຍໆແລ້ວແຜ່ລາມໄປ ເຮັດໃຫ້ໝາກເນົ່າໝົດໜ່ວຍ, ການປ້ອງກັນກຳຈັດແມ່ນໃຫ້ໃສ່ປູນຂາວຮອງກົ້ນຂຸມ 1-3 ບ່ວງແກງຕໍ່ຂຸມ.
ບົ້ງ ກໍເປັນອີກໂຕການໜຶ່ງທີ່ສົ່ງຜົນເສຍຫາຍຕໍ່ຜົນຜະລິດ, ບົ້ງໂຕອ່ອນເມື່ອແຕກອອກຈາກໄຂ່ໃໝ່ໆຈະມຸດເຂົ້າໄປໃນໃບພືດ ແລະ ຍອດອ່ອນເພື່ອກັດກິິນດ້ານໃນຂອງໃບ ເຊິ່ງຍາກໃນການສັງເກດເຫັນ. ການປ້ອງກັນກຳຈັດບົ້ງຈຳພວກນີ້ແມ່ນມີຫລາຍວິທີເຊັ່ນ: ການໃຊ້ກັບດັກໄຟໃນຊ່ວງເວລາ 18:00-22:00 ໂມງ ເພື່ອກຳຈັດແມງກະເບື້ອທີ່ຈະມາໄຂ່. ການໃຊ້ມຸ້ງໄນລອນຄຸມ ຫລື ການໃຊ້ເຊື້ອລາເມທາໄຮຊຽມສີດພົ່ນໃສ່.
ພະຍາດໃບແຫ້ງ ເກີດຈາກເຊື້ອລາ Stemphylium sp. ຕົ້ນທີ່ເປັນພະຍາດນີ້ຈະເກີດມີຈຸດນ້ອຍໆສີດຳຢູ່ໃບແລ້ວແຜ່ລາມອອກໄປ, ໃບຈະປ່ຽນເປັນສີເຫລືອງແຫ້ງກອບ ແລະ ດຳ, ສ່ວນລຳຕົ້ນຈະຍັງຂຽວຢູ່.
ພະຍາດໃບຈຸດ ເກີດຈາກເຊື້ອລາ Coryne spora cassiicola ພະຍາດໃບຈຸດເກີດເປັນວົງບໍ່ຄ່ອຍຊັດເຈນ ແລະ ມັກຈະມີສີເຫລືອງອ້ອມຈຸດມີສີນ້ຳຕານອ່ອນ ຫລື ສີຄີມ, ມັກລະບາດໃນຊ່ວງທີ່ມີຄວາມຊຸ່ມສູງ ຫລື ຊ່ວງຝົນຕົກຫລາຍ ສົ່ງຜົນໃຫ້ໃບຫລົ່ນ.
ເຊື້ອລາແປ້ງ ເກີດຈາກເຊື້ອລາ Oidiopsis sp. ອາການຂອງພະຍາດນີ້ຈະປາກົດເຫັນດ້ານເທິງຂອງໃບມີຈຸດສີເຫລືອງ ແລະ ແຜ່ລາມອອກເປັນແຜ່ນໆ, ມີຜົງຄືແປ້ງເກາະຢູ່ເທິງບາງໆ, ໃບຈະເຫລືອງ ແລະ ຫລົ່ນ. ໃນສະພາບອາກາດເຢັນ, ບາງຄັ້ງຜົງແປ້ງສີຂາວຈະເກີດຂຶ້ນແຜ່ໄປຫາລຳຕົ້ນ. ການປ້ອງກັນພະຍາດທີ່ກ່າວມານີ້ສາມາດປ້ອງກັນ ແລະ ກຳຈັດໂດຍການຫົດ ຫລື ສີດພົ່ນດ້ວຍນ້ຳສະກັດຊີວະພາບສູດສະໝຸນໄພປ້ອງກັນກຳຈັດເຊື້ອລາໃນອັດຕາສ່ວນ 30-50 ຊີຊີ/ນ້ຳ 20 ລິດ ທຸກໆ 5-7 ວັນ.
ການປ້ອງກັນ ແລະ ກຳຈັດພະຍາດທີ່ກ່າວມານັ້ນເປັນສ່ວນໜຶ່ງເທົ່ານັ້ນ. ດັ່ງນັ້ນ ເພື່ອປ້ອງກັນສາເຫດຂອງການເກີດພະຍາດແຕ່ເບື້ອງຕົ້ນ ຜູ້ປູກຄວນຮັກສາບໍລິເວນສວນປູກໃຫ້ສະອາດ, ໝັ່ນກຳຈັດວັດສະພືດທຸກຄັ້ງທີ່ມີການໃສ່ປຸ໋ຍ ຫລື ເມື່ອເຫັນວັດສະພືດຂຶ້ນໃຫ້ຮີບຫລົກ ຫລື ຖາງອອກ ແລະ ເມື່ອເກີດພະຍາດຂຶ້ນໃຫ້ຮີບກຳຈັດ ຫລື ທຳລາຍ ເພື່ອບໍ່ໃຫ້ເກີດການແຜ່ລະບາດໄປຕົ້ນອື່ນໆ. ຫລັງການເກັບກ່ຽວຜົນຜະລິດແລ້ວ ຄວນໄຖດິນຕາກແດດ ເພື່ອຂ້າພະຍາດທຸກຄັ້ງ, ອາດໃຊ້ວິທີປູກພືດໝູນວຽນ ຫລື ພືດຊະນິດອື່ນປູກສະຫລັບກັນກັບຕົ້ນໝາກເຂືອ ເພາະວ່າພະຍາດບາງຢ່າງຈະເກີດກັບພືດບາງຊະນິດເທົ່ານັ້ນ.
ການເກັບກ່ຽວ: ຫລັງຈາກຍ້າຍເບ້ຍໝາກເຂືອຍາວມາປູກປະມານ 60-80 ວັນ ຈະໃຫ້ຜົນຜະລິດ. ຈາກນັ້ນຈະສາມາດເກັບໝາກໄດ້ທຸກ 2-3 ວັນ/ຄັ້ງ, ໃນການຕັດໝາກເຂືອຄວນໃຊ້ມີດຕັດທີ່ສະອາດ ເນື່ອງຈາກຂວັ້ນໝາກເຂືອອາດຕິດພະຍາດໄດ້, ໃຫ້ເລືອກເກັບເອົາໝາກທີ່ໄດ້ຂະໜາດ ແລະ ເໝາະສົມຕາມຄວາມຕ້ອງການ.

