ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ

        ເຊົ້າວັນທີ 10 ກຸມພານີ້, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC ) ໄດ້ນຳເອົາຢາ ແລະ ອຸປະກອນການແພດສຳລັບການປ້ອງກັນ ແລະ ກວດເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄໂຣນາ (Corona Virus) ມາມອບ​ໃຫ້ລັດຖະບານລາວ ຊຶ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ກະຊວງການເງິນ ລະຫວ່າງທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus: NCoV).

     ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງກວດພະຍາດ ຈຳນວນ 2 ເຄື່ອງ, ນໍ້າຢາກວດເຊື້ອພະຍາດ 2.500 ຫຼອດ, ຖົງມື ຈຳນວນ 100.000 ຄູ່ ລວມເປັນມູນຄ່າທັງໝົດ ປະມານ 100.000 ໂດລາສະຫະລັດ.

     ໃນໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະບານ ກ່າວຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດດັ່ງກ່າວທີ່ໄດ້ນຳເອົາຢາ ແລະ ອຸປະກອນການແພດມາຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງການປະກອບສ່ວນຊ່ວຍເຫຼືອດັ່ງກ່າວແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃນປັດຈຸບັນເປັນຢ່າງຍິ່ງ ​ເພື່ອປະກອບສ່ວນປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກຮ້າຍ​ແຮງ​ນີ້ (Novel Corona Virus: NCoV) ຢູ່ ສປປ ລາວ ​ໃຫ້​ມີ​ປະສິດທິພາບ. ພ້ອມກັນນັ້ນ ກໍໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງຂອງກະຊວງສາທາລະນະສຸກນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປຄຸ້ມຄອງ ແລະ ນຳໃຊ້ໃຫ້ມີປະສິດທິຜົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ