ສື່ອອນລາຍເລັ່ງລົບຂ່າວປອມອ້າງປິ່ນປົວໄວຣັສໂຄໂຣນາສາຍພັນໃໝ່ໄດ້

ສື່ສັງຄົມອອນລາຍກຳລັງເລັ່ງລົບຂ່າວປອມທີ່ອ້າງວ່າປິ່ນປົວເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໄດ້ ເນື່ອງຈາກຂ່າວປອມເຫລົ່ານີ້ກຳລັງແຜ່ລະບາດເຕັມສື່ອອນລາຍ.
ທະວິດເຕີເປີດເຜີຍວ່າ: ສະເພາະເດືອນມັງກອນເດືອນດຽວມີຂ່າວກ່ຽວກັບເຊື້ອໄວຣັສນີ້ 15 ລ້ານຂ່າວ ບໍລິສັດຈຶ່ງໄດ້ຢຸດຜົນການຄົ້ນຫາແບບແນະນຳອັດຕະໂນມັດແລ້ວ ເພາະມັກນຳໄປສູ່ເນື້ອໃນທີ່ບໍ່ໜ້າເຊື່ອຖື. ສ່ວນເຟສບຸກເປີດເຜີຍວ່າ: ກຳລັງເດີນໜ້າລົບເນື້ອໃນອວດອ້າງຜິດໆທີ່ສົ່ງຜົນເສຍຕໍ່ການປິ່ນປົວ ຫລື ການປ້ອງກັນການຕິດເຊື້ອຢ່າງເໝາະສົມເຊັ່ນ: ອ້າງວ່າດື່ມນ້ຳຢາຟອກຂາວສາມາດປິ່ນປົວເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໄດ້. ຂະນະທີ່ ອົງການອະນາໄມໂລກໄດ້ປຸກລະດົມລົບລ້າງການກ່າວອ້າງຜິດໆເຊັ່ນ: ນ້ຳມັນງາ ແລະ ນ້ຳຢາບ້ວນປາກສາມາດຂ້າເຊື້ອໄວຣັສນີ້ໄດ້.
AFP ຮວບຮວມຂໍ້ກ່າວອ້າງທີ່ຜູ້ຊ່ຽວຊານຢືນຢັນແລ້ວວ່າເປັນເລື່ອງປອມເຊັ່ນ: ດື່ມນ້ຳກະທຽມຕົ້ມສຸກໃໝ່ໆຈະປິ່ນປົວຜູ້ຕິດເຊື້ອໄດ້ພາຍໃນຂ້າມຄືນ, ບ້ວນປາກດ້ວຍນ້ຳເກືອຈະຂ້າເຊື້ອໄວຣັສ. ຄລິບທີ່ມີຄົນຢູ່ຟີລິບປິນເບິ່ງຫລາຍກວ່າ 1,5 ລ້ານຄັ້ງອ້າງວ່າ: ຢາຢອດຕາຜະລິດຈາກນ້ຳລ້ຽງຕົ້ນໄມ້ພຸ່ມເຕ້ຍທີ່ປົກກະຕິໃຊ້ປິ່ນປົວອາການໄຂ້ ແລະ ເຈັບທ້ອງ ສາມາດປິ່ນປົວໄດ້ ເພາະມີສິດເປັນຢາປະຕິຊີວະນະ, ຄລິບຜູ້ຊາຍອ້າງເປັນໝໍທີ່ແນະນຳໃຫ້ເອົາຜ້າອັດປາກແບບໃຊ້ເທື່ອດຽວຖິ້ມໄປອົບອາຍນ້ຳ ແລ້ວນຳມາໃຊ້ໃໝ່, ສະມາຊິກສະພາຮົງກົງຄົນໜຶ່ງແຊຣ໌ຄລິບນີ້ໃນເຟສບຸກ ປາກົດວ່າມີຄົນເບິ່ງເກືອບ 900.000 ຄັ້ງພາຍໃນມື້ດຽວກັນ.

