ຍົກລະດັບຄວາມຮູ້​ການ​ສ້າງ​ນິ​ຕິ​ກຳ​ ໃຫ້​ກັບ​ພະ​ນັກ​ງານ​ອົງ​ການ​ກາ​ແດງ​ລາວ

ເມື່ອທ້າຍອາທິດຜ່ານມາ, ອົງ​ການ​ກາ​ແດງ​ລາວ​ ໄດ້​ຈັດ​ຝຶກອົບ​ຮົມ​​ຫລັກການສ້າງນິຕິ​ກຳ ​ໃຫ້ພະ​ນັກ​ງານ​ຂອງຕົນ, ຂຶ້ນ​ຢູ່ເມືອງ​ແກ້ວ​ອຸ​ດົມ ແຂວງວຽງ​ຈັນ, ໂດຍ​ການ​​ເປັນ​ປະ​ທານ​ຂອງ​ທ່ານ ​ຄຳ​ຮຸ່ງ ເຮືອງວົງ​ສີ ປະ​ທານ​ອົງ​ການ​ກາ​ແດງ​ລາວ, ມີບັນ​ດາ​ຫົວ​ໜ້າຫ້ອງ​ການ, ​ກອງ, ສູນ ແລະ ຄູ​ຝຶກ​ຈາກ​ກະ​ຊວງ​ຍຸ​ຕິ​ທຳ ແລະ ພະ​ນັກ​ງານ​​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ເພື່ອແນ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະ​ນັກ​ງານ​ອົງ​ການ​ກາ​ແດງ​ລາວ​ ໃຫ້ຮັບຮູ້ ແລະ ເຂົ້າໃຈໃນການ​ສ້າງ​ນິ​ຕິ​ກຳ​, ນອກນີ້, ເພື່ອເຮັດໃຫ້ພະນັກງານສາມາດກໍານົດຫລັກການລະບຽບການຄຸ້ມຄອງໃນອົງກອນໄດ້ຢ່າງຄ່ອງແຄ້ວ ແລະ ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍ.

ການຝຶກອົບ​ຮົມ​ຄັ້ງ​ນີ້​, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 30 ຄົນ, ໂດຍໄດ້ຮຽນຮູ້ກ່ຽວກັບ​ການ​ສ້າງ​ກົດ​ໝາຍ, ດຳ​ລັດ ແລະ ກົດ​ລະ​ບຽບຕ່າງໆ ​ກ່ຽວ​ກັບ​ຂັ້ນ​ຕອນ, ເຕັກ​ນິກ, ວິ​ທີຮ່າງ​ນິ​ຕິ​ກຳ ແລະ ອື່ນໆ. ການຝຶກອົບ​ຮົມ​​ຄັ້ງ​ນີ້​, ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ຫະ​ພັນ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ (IFRC).

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ