ປີຜ່ານມາລາວ​ຜ່ອນ​​ໂທດ-ປ່ອຍ​ຕົວ​ນັກ​ໂທດ​ທົ່ວ​ປະ​ເທດຫລາຍກວ່າ 2 ພັນ​ຄົນ

   ຮອງ​ຫົວໜ້າ​ກົມ​ຕຳຫລວດ​ຄຸມ​ຂັງ-ດັດ​ສ້າງ ໃຫ້ຮູ້ວ່າ: ປີຜ່ານມາ, ປະທານປະເທດ ​ໄດ້ອອກ​ລັດຖະດຳລັດວ່າ​ດ້ວຍ​ການ​ໃຫ້​ອະ​ໄພ​ຍະ​ໂທດ​ຜູ້​ມີ​ຄວາມ​ກ້າວໜ້າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເນື່ອງ​​ໃນ​ໂອກາດ​ວັນຊາດ​ທີ 2 ທັນວາ ຈຳນວນ 2.146 ຄົນ (ຍິງ 347 ຄົນ), ຕ່າງປະ​ເທດ 39 ຄົນ (ຍິງ 2 ຄົນ) ​ໃນ​ນີ້​ອະ​ໄພ​ຍະ​ໂທດແບບຫລຸດຜ່ອນ​ໂທດ​ມີ 1.824 ຄົນ (ຍິງ 291 ຄົນ), ຄົນ​ຕ່າງປະ​ເທດ 34 ຄົນ (ຍິງ 2 ຄົນ). ສ່ວນ​ຫລາຍ​ນັກ​ໂທດ​ຄະດີ​ຢາ​ເສບ​ຕິດ. ສໍາລັບນັກ​ໂທດ​ໄດ້​ຮັບ​ການ​ປ່ອຍ​ຕົວມີ 322 ຄົນ (ຍິງ 56 ຄົນ), ຕ່າງປະ​ເທດ 5 ຄົນ.

  ໃນພິທີປະກາດການປ່ອຍຕົວ ແລະ ຫລຸດຜ່ອນໂທດ ທີ່ຈັດຂຶ້ນໃນວັນ​ທີ 3 ກຸມພາ​ນີ້, ທ່ານພົນຈັດຕະວາ ສົມ​ລິດ ດາວ​ຮຸ່ງ​ສຸລິ ຫົວໜ້າ​ກົມ​ຕຳຫລວດ​ຄຸມຂັງ-ດັດ​ສ້າງ ໄດ້ມີຄໍາເຫັນ​ແນະນຳ​ໃຫ້​ຜູ້​ທີ່​ໄດ້​ຮັບ​ການ​ຫລຸດຜ່ອນ​ໂທດ​ຈົ່ງ​ສືບ​ຕໍ່​ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ, ປະຕິບັດ​ລະບຽບ​ຂອງ​ຄ້າຍ​ຢ່າງ​ເຂັ້ມງວດ. ສ່ວນ​ຜູ້​ທີ່​ໄດ້​ຮັບ​ການ​ປ່ອຍ​ຕົວ​ຕ້ອງ​ປັບ​ປ່ຽນ​ພຶດຕິ​ກຳ, ນິ​ໄສ, ​ໃຊ້​ຊີວິດ​ຢູ່​ສັງຄົມ​ຢ່າງ​ປອດ​ໃສ, ບໍ່​ໃຫ້​ກັບ​ໄປ​ເຮັດ​ສິ່ງ​ທີ່​ຜິດ​ກົດໝາຍ ​ແລະ ປະ​ເພນີ​ອັນ​ດີງາມ​ຂອງ​ລາວ, ປະກອບ​ອາຊີບ​ດ້ວຍ​ຄວາມ​ບໍລິສຸດພາຍ​ໃຕ້​ລະບຽບ​ກົດໝາຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ