ນະຄອນຫລວງຮຽກຮ້ອງໃຫ້ຜູ້ທີ່ຍັງບໍ່ທັນມາແຈ້ງຕອນດິນ ແລະ ຍັງບໍ່ມາຮັບຄ່າຊົດເຊີຍທີ່ດິນຖືກໂຄງການທາງດ່ວນໝາຍເລກ 1 ຮີບຮ້ອນມາເອົາ

ພິທີມອບ-ຮັບເງິນຄ່າຊົດເຊີຍ ແລະ ທົດແທນຄ່າເສຍຫາຍໂຄງການທາງດ່ວນນະຄອນຫລວງວຽງຈັນໝາຍເລກ I ຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 3 ກຸມພານີ້ ຢູ່ສະໂມສອນເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມມອບຂອງທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ພ້ອມດ້ວຍປະຊາຊົນທີ່ໄດ້ຮັບການຊົດເຊີຍເຂົ້າຮ່ວມຢ່າງພ້ອມພຽງ.


ໃນການມອບເງິນຊົດເຊີຍຄັ້ງນີ້ປະກອບມີ 71 ຕອນດິນ ເນື້ອທີ່ 24,30 ເຮັກຕາ.ໂຄງການກໍ່ສ້າງທາງດ່ວນໝາຍເລກ I ນະຄອນຫຼວງວຽງຈັນມີຕອນດິນທີ່ມີສ່ວນຮ່ວມໂຄງການລວມມີ 2 ເມືອງ ແລະ 21 ບ້ານທີ່ຖືກໂຄງການກໍ່ສ້າງຄື: ເມືອງໄຊເສດຖາມີຈຳນວນ 14 ບ້ານ ແລະເມືອງໄຊທານີ 7 ບ້ານ ລວມຂອບເຂດພື້ນທີ່ ທີ່ພັດທະນາຢູ່ເມືອງໄຊທານີປະກອບມີການຂະຫຍາຍເສັ້ນທາງເຊື່ອມຕໍ່ລະຫວ່າງທາງດ່ວນວຽງຈັນໝາຍເລກ I ຫາສະຖານີລົດໄຟລາວ-ຈີນ, ເຂດສາທາລະນະນຸປະໂພກທີ່ອຳນວຍຄວາມສະດວກ, ເຂດພັດທະນາທີ່ຈຳເປັນ ແລະພື້ນທີ່ຮອງຮັບກິດຈະກຳໂຄງການ, ຊຶ່ງມີໄລຍະແລວທາງທັງໝົດ 15.933 ກິໂລແມັດ ແຕ່ບໍລິເວນເຂດສະເພາະບຶງທາດຫລວງ-ດົງໝາກຄາຍ, ຊຶ່ງເປັນໂຄງການຍົກລະດັບພື້ນຖານໂຄງລ່າງທາງດ້ານຄົມມະນາຄົມຢູ່ນະຄອນຫລວງວຽງຈັນໃຫ້ມີມາດຕະຖານດີຂຶ້ນ.


ໃນໂອກາດນີ້, ອົງການປົກຄອງນະຄອນຫລວງວຽງຈັນຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ຍັງບໍ່ທັນເຂົ້າມາແຈ້ງຕອນດິນຂອງຕົນໃຫ້ຮີບຮ້ອນມາແຈ້ງກັບພາກສ່ວນຮັບຜິດຊອບເພື່ອມາຮັບເອົາຄ່າຊົດເຊີຍທີ່ດິນຂອງຕົນນັ້ນໃຫ້ທັນເວລາທີ່ກຳນົດໄວ້ໃຫ້ໄດ້ໂດຍໄວ ແລະ ເພື່ອແນປະກອບສ່ວນເຮັດໃຫ້ການກໍ່ສ້າງໂຄງການໄດ້ສໍາເລັດຕາມກໍານົດໄວ້. ພ້ອມນີ້, ທັງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເປັນຕົ້ນແມ່ນເສັ້ນທາງດ່ວນໃນອະນາຄົດທີ່ມີຄວາມທັນສະໄໝ, ກວ້າງຂວາງ, ສະດວກສະບາຍວ່ອງໄວ ແລະ ປະຢັດເວລາໃນການເດີນທາງ ແລະ ເປັນໂອກາດໃນການພັດທະນາເສດຖະກິດບ້ານເຮົາໃຫ້ໄດ້ໄວຍິ່ງຂຶ້ນອີກດ້ວຍ.


