ອະດີດປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງແຂວງອັດຕະປື

ໃນວັນທີ 5 ກຸມພານີ້, ສະຫາຍ ຄຳໄຕ ສີພັນດອນ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມພະນັກງານຫຼັກແຫຼ່ງຢູ່ແຂວງອັດຕະປື ຢູ່ທີ່ຫ້ອງວ່າການແຂວງ ໂດຍມີການນຳແຂວງ, ເມືອງ ແລະ ພະແນກການຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
ໃນການພົບປະໂອ້ລົມທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ອະດີດ ເລຂາທິການໃຫຍ່, ອະດີດປະທານປະເທດ ໄດ້ເນັ້ນໃຫ້ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກຜົນກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊໃຫ້ກັບສູ່ປົກກະຕິໃນລະດັບພື້ນຖານໂດຍໄວ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງສະພາບເເວດລ້ອມທີ່ດີໃຫ້ພະນັກງານສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າກຳແໜ້ນ ແລະ ປະຕິບັດລະບຽບກົດໝາຍ ແລະ ລະບອບການເມືອງໃຫ້ເລິກເຊິ່ງໃນທົ່ວສັງຄົມ. ເພີ່ມທະວີເອົາໃຈໃສ່ແກ້ໄຂສະພາບເສດຖະກິດ-ສັງຄົມ, ບັນດາໜີ້ສິນຄຸມເຄືອທີ່ຂາດການຊຸກຍູ້ສົ່ງເສີມຈາກພາກລັດ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານທຸກປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ໝົດໄປ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດຫລຸດພົ້ນອອກຈາກຄວາມທຸກຍາກຂາດເຂີນໄດ້ໂດຍໄວ, ຊຸກຍູ້ໃຫ້ປະຊາຊົນປູກພືດຕາມລະດູ, ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ, ໄປຄຽງຄູ່ກັບການພັດທະນາການທ່ອງທ່ຽວເພືື່ອສ້າງຜົນປະໂຫຍດສູງສຸດມາສູ່ປະຊາຊົນ. ພ້ອມນັ້ນ ໄດ້ເນັ້ນໃຫ້ເອົາໃຈໃສ່ຍົກລະດັບການສຶກສາໃຫ້ດີຂຶ້ນ, ຊອກຫາວິທີທາງແກ້ໄຂ ແລະ ສ້າງວຽກເຮັດງານທຳ, ປົກປັກຮັກສາຮີດຄອງປະເພນີວັດທະ ນະທຳອັນດີງາມໄວ້. ອະດີດເລຂາທິການໃຫຍ່ ເນັ້ນວ່າ: ເອົາໃຈໃສ່ກະກຽມຮອບດ້ານໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກແຂວງໃຫ້ດີຂຶ້ນ, ພ້ອມຫັນລົງກໍ່ສ້າງຮາກຖານການເມືອງ ເພື່ອກໍ່ສ້າງ ແລະ ພັດທະນາບ້ານຕາມເງື່ອນໄຂຕ່າງໆ ໂດຍເນັ້ນຄຸນນະພາບເປັນຫຼັກ.

