ນາຍົກລັດຖະມົນຕີ ແນະນຳໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ແກ້ໄຂການລົງທຶນທີ່ບໍ່ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມ ເປີດກວ້າງສະຫຼຸບຕີລາຄາ, ຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ ຄັ້ງທີ VIII (2016-2020) ແລະ ວາງທິດທາງແຜນການ 5 ປີ ຄັ້ງທີ IX, ທີ່ໄດ້ຈັດຂຶ້ນໃນວັນທີ 4-5 ກຸມພານີ້, ຢູ່ນະຄອນຫຼວງວຽງຈັນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າໂອ້ລົມ,ໂດຍແນະນຳໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຫຼາຍບັນຫາ ຄື:  ເອົາໃຈໃສ່ພັດທະນາພະລັງງານ ແລະ ບໍ່ແຮ່ ໄປຕາມທິດຫັນອຸດສະຫະກໍາ ແລະ ທັນສະໄໝ, ເປັນມິດຕໍ່ສິ່ງແວດລ້ອມ, ເອົາໃຈໃສ່ແກ້ໄຂບັນຫາການລົງທຶນທີ່ບໍ່ມີປະສິດທິຜົນໃນຂົງເຂດດັ່ງກ່າວ, ພ້ອມທັງປັບປຸງໂຄງສ້າງລາຄາໄຟຟ້າ, ໃນນີ້,  ໄດ້ປັບປຸງລາຄາໄຟຟ້າ ຕໍ່ພາກອຸດສາຫະກຳ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອື່ນໆ ໃຫ້ສອດຄ່ອງກັບຕົ້ນທຶນຜະລິດຂອງ​ໄຟຟ້າ​ລາວເພື່ອບໍ່ໃຫ້ຂາຍໃນລາຄາທີ່ຫຼຸບທຶນຫຼາຍເກີນໄປ, ຊຶ່ງໃນປັດຈຸບັນລັດຖະບານ ໄດ້ປຶກສາຫາລື ແລະ ພວມຈະປະກາດໃຊ້ລາຄາໃໝ່ໃນໄວໆນີ້. ນອກນີ້, ຕ້ອງເປັນເຈົ້າການຜັນຂະຫຍາຍຂໍ້ຕົກລົງການຊື້-ຂາຍໄຟຟ້າກັບບັນດາປະເທດເພື່ອນມິດໃຫ້ໄດ້, ເພາະເປັນບັນຫາທີ່ເຄັ່ງຮ້ອນບັນຫາໜຶ່ງ, ຕິດຕາມ, ຄຸ້ມຄອງ ມາດຕະຖານເຕັກນິກ ໃນການພັດທະນາໂຄງການຕ່າງໆ (ບໍ່ແຮ່, ພະລັງງານແລະ ໄຟຟ້າ), ເພື່ອບໍ່ໃຫ້ເກີດບັນຫາທີ່ບໍ່ເພິ່ງປາຖະໜາຄືທີ່ຜ່ານມາ ແລະ ຕ້ອງເຄັ່ງຄັດໃນການອະນຸມັດແລະ ການອອກແບບ, ພ້ອມທັງ, ສົ່ງເສີມພະລັງງານທາງເລືອກໃໝ່. ນອກນີ້, ກໍໃຫ້ຕິດຕາມ, ກວດກາ ການປະຕິບັດກົດໝາຍ, ນິຕິກໍາ ທາງດ້ານພະລັງງານ ແລະ ບໍ່ແຮ່ ໃຫ້ເຂົ້າສູ່ລວງເລິກ ແລະ ມີຜົນສັກສິດ, ແນໃສ່ສ້າງທຸກເງື່ອນໄຂ ເພື່ອເຮັດໃຫ້ອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ກາຍເປັນກຳລັງແຮງ ເພື່ອຂັບເຄື່ອນ ແລະ ຊ່ວຍໜູນໃຫ້ລະບົບເສດຖະກິດຂອງຊາດເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງບົນພື້ນຖານຂຸດຄົ້ນທຸກກຳລັງແຮງບົ່ມຊ້ອນຂອງປະເທດຊາດ, ເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວແບບໜັກແໜ້ນ, ຕໍ່ເນື່ອງ ແລະ ຍືນຍົງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ