ທັບນັກກີລາບານເຕະແຂວງໄຊສົມບູນ ກັບຄືນສູ່ງານມະຫາກຳກິລາແຫ່ງຊາດອີກຄັ້ງໃນຮອບ 23 ປີ..!

ສຳຫຼັບຜູ້ຈັດການທີມບານເຕະແຂວງໄຊສົມບູນຄື ທ່ານ ໄກສອນ ໄຊຍະວົງ ເຊື່ອວ່າຫຼາຍທ່ານທີ່ມັກຮັກ ແລະ ຕິດຕາມວົງການບານເຕະລາວ ຄົງຈະຄຸ້ນຊື່ນີ້ດີ ທ່ານເປັນອະດີດນັກກິລາບານເຕະທີ່ມີຜົນງານ ແລະ ຊື່ສຽງໃນວົງການບານເຕະຂອງລາວເຮົາ ເຄີຍຮັບໃຊ້ທີມຊາດລາວດົນສົມຄວນໃນຍຸກປີ 2000-2005 ກັບນັກເຕະທີມຊາດລາວອີກຫຼາຍຄົນໃນຍຸກນັ້ນເປັນຕົ້ນ: ທ່ານ ຈາລະນາ ຫລວງອາມາດ, ຫຼັງຈາກນັ້ນທ່ານຍັງຜັນຕົວເປັນຄູຝຶກເດີນຕາມຝັນ ຈົນສາມາດກ້າວສູ່ການເປັນຄູຝຶກສະໂມສອນ ກະຊວງປ້ອງກັນປະເທດ (ກອງທັບ) ແລະ ທີມຊາດລາວຊຸດເຍົາວະຊົນ-ໄວໜຸ່ມ U-16, U-17 ເຫັນວ່າມີຜົນງານທີ່ໂດດເດັ່ນສົມຄວນ.

ຄວາມທ້າທາຍໃໝ່ຂອງ ອາຈານ ໄກສອນ ໄຊຍະວົງ ໃນປີ 2020 ຄືການຮັບງານຄຸມທັບບານເຕະຊາຍແຂວງໄຊສົມບູນ ເຂົ້າຮ່ວມການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ຊຶ່ງເປັນການນຳທີມບານເຕະໄຊສົມບູນກັບສູ່ງານກິລາແຫ່ງຊາດອີກຄັ້ງໃນຮອບ 23 ປີ ຕໍ່ຈາກປີ 1997 ທີ່ແຂວງຫຼວງພຣະບາງເປັນເຈົ້າພາບ (ຕອນນັ້ນຍັງເປັນເຂດພິເສດໄຊສົມບູນ)

ເຫດຜົນທີ່ແຂວງໄຊສົມບູນເລືອກ ອາຈານ ໄກສອນ ຄຸມທີມ ເພາະເຫັນໄດ້ເຖິງຜົນງານ, ຄວາມສາມາດຜ່ານມາ ແລະ ຕ້ອງການໃຫ້ອາຈານ ມາຊ່ວຍພັດທະນາບານເຕະຂອງແຂວງຕັ້ງແຕ່ລະດັບເຍົາວະຊົນເຖິງທີມຊຸດໃຫຍ່, ດ້ານກະຊວງປ້ອງກັນປະເທດຕົ້ນສັງກັດຂອງອາຈານ ໄກສອນ ກໍ່ເປີດໄຟຂຽວໃຫ້ວິຊາການຂອງຕົນໄດ້ສ້າງຜົນງານ ແລະ ເປີດປະສົບການ ໃໝ່ເພື່ອພັດທະນາຕົນເອງຕໍ່ໄປ.

ໃນໂອກາດດັ່ງກ່າວອາຈານ ໄກສອນ ໄຊຍະວົງ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ສະພາບຄວາມພ້ອມໂດຍລວມຂອງທີມຊຸດນີ້ ປະມານ 70-80% ນັກກິລາສ່ວນໃຫຍ່ຄັດເລືອກມາຈາກພາກສ່ວນທະຫານ ແລະ ປກສ ແຂວງ, ຈຳນວນໜຶ່ງເປັນດາວຮຸ່ງຂອງແຂວງ ບວກກັບນັກກິລາຈາກນະຄອນຫລວງວຽງຈັນມາສົມທົບ 3-4 ຄົນ, ຂະນະນີ້ຄັດນັັກກີລາເຫຼືອ 30 ຄົນ, ແລະ ຫຼັງຈາກການອຸ່ນເຄື່ອງທົດສອບທີມໃນຕົ້ນເດືອນກຸມພານີ້ ຈະຄັດນັກກີລາໃຫ້ເຫຼືອ 23 ຄົນຕາມເປົ້າໝາຍ.

ຕອນນີ້ກຳລັງປັບຈູນທີມ ແລະ ພັດທະນາດ້ານລະບົບທີມເວີກ, ເຕັກນິກ, ຍຸດທະວິທີດ້ານຕ່າງໆ ລວມທັງພະລະກຳລັງກໍ່ເຫັນວ່າດີຂຶ້ນເລື້ອຍໆ. ໂດຍທັບບານເຕະຊາຍແຂວງໄຊສົມບູນ ຈະມີອຸ່ນເຄື່ອງ 3 ນັດ ໃນວັນທີ 10 ກຸມພາ 2020 ພົບກັບ ກະຊວງປ້ອງກັນຄວາມສະຫງົບ (ປກສ) ທີ່ສະໜາມກິລາມະຫາວິທະຍາໄລແຫ່ງຊາດ ເວລາ: 15:30, ນັດທີ 2 ວັນທີ 12 ກຸມພາ 2020 ພົບກັບ ນະຄອນຫຼວງວຽງຈັນ ທີ່ສະໜາມກິລາເຈົ້າອານຸວົງ ເວລາ 16:00 ນັດທີ 3 ພົບກັບ ແຂວງຊຽງຂວາງ ວັນທີ 15 ກຸມພາ 2020 ທີ່ສະໜາມກິລາແຂວງຊຽງຂວາງ.

ສຳລັບ ເປົ້າໝາຍຂອງທັບບານເຕະຊາຍແຂວງໄຊສົມບູນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຕັ້ງເປົ້າສູ້ຊົນໃຫ້ເຂົ້າເຖິງຮອບ 8 ທີມສຸດທ້າຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ