ທົ່ວປະເທດລາວມີກໍລະນີສົງໄສຕິດເຊື້ອໄວຣັສໂຄໂລນາ 11 ກໍລະນີ

    ພາຍຫລັງໄດ້ມີລາຍງານວ່າ: ມີການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus-nCOV) ຢູ່ເມືອງອູຫັ້ນ, ແຂວງຫູເປີ່ຍ ສປ ຈີນ. ເຊິ່ງນັບແຕ່ວັນທີ 15 ມັງກອນ ຫາ ວັນທີ 2 ກຸມພາໃນທົ່ວປະເທດລາວມີກໍລະນີສົງໄສຕິດເຊື້ອໄວຣັສໂຄໂລນາ 11 ກໍລະນີ, ໃນນັ້ນຢູ່ນະຄອນຫລວງວຽງຈັນມີ 9 ກໍລະນີ, ແຂວງບໍ່ແກ້ວ ມີ 2 ກໍລະນີ, ອຸດົມໄຊ ມີ 1 ກໍລະນີ ແລະ ສະຫວັນນະເຂດ (ທັງໝົດມີຄົນຈີນ 4 ຄົນ ແລະ ຄົນລາວ 9 ຄົນ), ເຊິ່ງໄດ້ຮັບການສອບສວນ ແລະ ຕົວຢ່າງມາກວດຢັ້ງຢືນທັງໝົດ 13 ຕົວຢ່າງ, ເຊິ່ງໃຫ້ຜົນລົບ 11 ຕົວຢ່າງ (ບໍ່ຕິດເຊື້ອ) ແລະ ຍັງ 2 ຕົວຢ່າງທີ່ແມ່ນລໍຖ້າຜົນກວດຢູ່ ພ້ອມຈະແຈ້ງສັງຄົມໄດ້ຮັບຊາບອີກຄັ້ງໜຶ່ງ. ປັດຈຸບັນປະເທດລາວເຮົາຍັງບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ