IMF ເຕືອນ ໄວຣັສໂຄໂຣນາ ດຶງເສດຖະກິດໂລກຊ້າລົງ

ທ່ານ ນາງ ຄຣິສຕາລິນາ ຈີອໍຈີວາ ຜູ້ອຳນວຍການ IMF ເຕືອນວ່າ: ການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ກຳລັງຄຸກຄາມການເຕີບໃຫຍ່ຂອງເສດຖະກິດໂລກ ແລະ ປັດຈຸບັນ ເລີ່ມເຮັດໃຫ້ຜົນຜະລິດທາງດ້ານອຸດສາຫະກຳຫລຸດລົງຈົນປາກົດຜົນຕໍ່ລະບົບຕ່ອງໂສ້ອຸປະທານໂລກ.
ຜູ້ອຳນວຍການ IMF ລະບຸວ່າ: ຈາກການແຜ່ລະບາດສົ່ງຜົນກະທົບເຮັດໃຫ້ເສດຖະກິດໂລກຂະຫຍາຍຕົວຊ້າລົງແນ່ນອນ, ແຕ່ໃນໄລຍະຍາວຍັງບໍ່ແນ່ນອນ ຕ້ອງປະເມີນການຮັບມືຕໍ່ການແຜ່ລະບາດວ່າມີປະສິດທິພາບ ຫລືວ່າ ມີຄວາມວ່ອງໄວພຽງໃດ.
ນອກຈາກນີ້ IMF ຍັງຄາດກະວ່າ: ເສດຖະກິດໂລກຈະຂະຫຍາຍຕົວໃນອັດຕາ 3,3% ໃນປີນີ້, ແຕ່ການເຕີບໃຫຍ່ຍັງເປັນໄປຢ່າງຊັກຊ້າທ່າມກາງປັດໄຈສ່ຽງຮອບດ້ານ ລວມທັງການແຜ່ລະບາດຂອງໄວຣັສໂຄໂຣນາ ເຊິ່ງ IMF ກຽມເຜີຍແຜ່ລາຍງານປະເມີນເສດຖະກິດໂລກຮອບໃໝ່ທີ່ມີຕົວແປຄື ການແຜ່ລະບາດຂອງໄວຣັສໂຄໂຣນາບວກການພິຈາລະນາໃນຕົ້ນເດືອນນີ້ ແລະ ຄວາມກັງວົນກ່ຽວກັບການລະບາດຂອງໄວຣັສຊະນິດນີ້ເຮັດໃຫ້ນັກລົງທຶນໃນຕະຫລາດຫຸ້ນເກີດອາການແຕກຕື່ນຈົນເຮັດໃຫ້ດັດຊະນີດາວໂຈນ ຕະຫລາດຫຸ້ນອາເມລິກາຫລຸດລົງກວ່າ 600 ຈຸດຊ່ວງປິດຕະຫລາດໃນວັນທີ 31 ມັງກອນຜ່ານມາ.

