ຢຸດບໍ່ຢູ່ແລ້ວ…! ລິເວີພູລສ້າງສະຖິຕິໃໝ່ເປັນທີມທີ່ທໍາຄະແນນໜີຫ່າງຄູ່ແຂ່ງຫຼາຍທີ່ສຸດໃນຮອບ 131 ປີຂອງບານເຕະພຣີເມຍລີກອັງກິດ

ສະໂມສອນບານເຕະ ລິເວີພູລ ທີມຈ່າຝູງພຣີເມຍລີກອັງກິດໃນເວລານີ້ ໄດ້ສ້າງສະຖິຕິໃໝ່ຂຶ້ນມາ ດ້ວຍການເປັນທີມນໍາທີ່ມີຄະແນນໜີຫ່າງຄູ່ແຂ່ງຫຼາຍທີ່ສຸດ ໃນຮອບ 131 ປີຂອງວົງການບານເຕະອັງກິດ ຫຼັງຈາກນັດທີ່ແລ້ວຖະຫຼົ່ມ ເຊົາແຮມຕັນ 4-0 ໃນວັນເສົາທີ 1 ກຸມພານີ້

ຈາກຜົນການແຂ່ງຂັນໃນນັດດັ່ງກ່າວເຮັດໃຫ້ ຫົງແດງ ລິເວີພູລ ລົງແຂ່ງຂັນໄປແລ້ວ 25 ນັດເກັບໄດ້ເຖິງ 73 ຄະແນນ ໜີຫ່າງ ແມນເຊັສເຕີ ຊິຕີ້ ທີມຮອງຈ່າຝູງອັນດັບ 2 ໄປເຖິງ 22 ຄະແນນນັບວ່າເປັນສະຖິຕິທີ່ສູງທີ່ສຸດໃນຮອບ 131 ປີຂອງບານເຕະພຣີເມຍລີກລີກອັງກິດ

ນອກຈາກນັ້ນ ຫົງແດງ ລິເວີພູລ ຍັງສ້າງສະຖິຕິເກັບໄປໄດ້ເຖີງ 100 ຈາກ 102 ຄະແນນຫຼັງສຸດໃນ ພຣີເມຍລີກອັງກິດ ໂດຍລະດູການນີ້ເຮັດໄດ້ 73 ຄະແນນຈາກ 75 ຄະແນນເຕັມ ມີພຽງນັດດຽວທີ່ບໍ່ສາມາດເກັບໄຊຊະນະໄດ້ຄືນັດທີ່ບຸກໄປສະເໝີກັບ ແມນເຊັສເຕີ ຢູໄນເຕັດ 1-1 ໃນເດືອນຕຸລາ 2019 ທີ່ຜ່ານມາ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ