ເລີມປີໃໝ່ເຫັນວ່າຄວາມສະດວກໃນການດໍາເນີນທຸລະກິດຂອງລາວມີການປ່ຽນແປງດີຂຶ້ນ

ກອງປະຊຸມເຜີຍແຜ່ຄວາມຄືບໜ້າຂອງການປັບປຸງລະບຽນການ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດຢູ່ລາວ, ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ ນີ້, ຢູ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ. ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ຄໍາສັ່ງ 02/ນຍ ກ່ຽວກັບລະບຽນການ ແລະ ນິຕິກໍາຕ່າງໆ ເພື່ອຫຼຸດຂອດຂັ້ນ, ເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ, ສິ່ງທ້າທາຍໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກງ່າຍຂຶ້ນກວ່າເກົ່າ ໂດຍສະເພາະແມ່ນຕົວຊີ້ວັດ ການເລີ່ມຕົ້ນທຸລະກິດ, ການຂໍອະນຸຍາດປຸກສ້າງ, ການຂໍຕິດຕັ້ງໄຟຟ້າ ແລະ ການຊໍາລະອາກອນ, ພ້ອມທັງຮັບຮູ້ເຖິງຮັບຮູ້ເຖິງບັນດາເປົ້າໝາຍບູລິມະສິດໃນປີ 2020 ປະກອບມີ: ເປົ້າໝາຍ ແລະ ແຜນການ, ໜ້າວຽກທີ່ຕິດພັນກັບບັນຫາຂອງພາກເອກະຊົນທີ່ໄດ້ສະເໜີໃນກອງປະຊຸມຄັ້ງຜ່ານມາ ແລະ ແຜນການຮ່ວມມືກັບພາກເອກະຊົນ.

ທ່ານນາງ ວາລີ ເວດສະພົງ ກ່າວວ່າ: ໃນໄລຍະຜ່ານມາ, ການປະກອບສ່ວນຊຸກຍູ້ເຮັດໃຫ້ສະພາບແວດລ້ອມ ການດໍາເນີນທຸລະກິດໃນລາວມີຄວາມສະດວກ ແລະ ວ່ອງໄວຂຶ້ນ ແຕ່ອາດຈະຍັງບໍ່ສົ່ງຜົນກະທົບຕໍ່ການຈັດອັນດັບຂອງກຸ່ມທະນາຄານໂລກ ໃນໄລຍະອັນໃກ້ນີ້ ເພາະການປະເມີນແມ່ນຕ້ອງອີງໃສ່ນິຕິກໍາປະກອບກັບພາກປະຕິບັດຕົວຈິງ ແລະ ໃນໄລຍະຜ່ານມາ ຍັງບໍ່ສາມາດເຮັດໄດ້ດີເທົ່າທີ່ຄວນ ໂດຍສະເພາະຢູ່ໃນເຂດນະຄອນຫຼວງທີ່ເປັນເປົ້າໝາຍຂອງການສໍາຫຼວດ. ອີງຕາມບົດລາຍງານຄວາມສະດວກໃນການດໍາເນີນທຸລະກິດ (Doing Business) ປີ 2020 ເຫັນວ່າຄວາມສະດວກໃນການດໍາເນີນທຸລະກິດຂອງລາວ ແມ່ນມີການປ່ຽນແປງທີ່ດີຂຶ້ນ ຊຶ່ງສະແດງອອກຈາກຄະແນນຫ່າງຈາກປະເທດທີ່ປະຕິບັດໄດ້ດີທີ່ສຸດ (Distance to frontier) ເພີ່ມຂຶ້ນ 1 ຄະແນນ ຈາກ 49,8 ໃນປີ 2019 ມາເປັນ 50,1 ໃນປີ 2020 ແຕ່ຖ້າທຽບໃສ່ປະເທດອື່ນ ການປັບປຸງແມ່ນຍັງຊ້າຢູ່ ແລະ ຖືກຈັດຢູ່ໃນອັນດັບທີ 154 ເທົ່າເກົ່າ, ເມື່ອທຽບກັບປີຜ່ານມາ ແລະ ເປັນອັນດັບທີ 9 ໃນອາຊຽນ ຮອງຈາກປະເທດມຽນມາ (165).

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ