ລາວ​ເຮົາຈະແກ້ ບັນຫາເງິນເຟີ້ ແລະ ສິນຄ້າລາຄາແພງແນວໃດ ?

ລູກເມືອງພວນ

ສະບາຍດີ ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ຫລາຍ​ຄົນ​ກໍ​ຈະ​ປະສົບ​ຄື​ກັນ ຕົກມາໄລຍະນີ້ ໄປທາງໃດກໍໄດ້ຍິນແຕ່ສຽງກະຊຸບກະຊິບກັນວ່າ: “ຕາຍຄັກໆບາດນີ້ ເງິນກໍເຟີ້ ລາຄາສິນຄ້າອັນໃດກໍແພງ ຊິຢູ່ລອດໄດ້ແນວໃດ” ໂດຍສະເພາະຜູ້ມີລາຍຮັບໜ້ອຍ ຫາເຊົ້າກິນຄຳ່ ຊີວິດການເປັນຢູ່ຝືດເຄືອງ, ພ້ອມ​ໄດ້​ສົ່ງ​ເສີມ​ໃຫ້ລູກຫຼານໄປໂຮງຮຽນອີກ, ຊໍ້າບໍ່ໜຳຍັງເງິນເສຍຄ່ານ້ຳ, ຄ່າ​ໄຟ ​ແລະ ອື່ນໆ​ຢ່າງ​ຫລວງຫລາຍ.

ຫຼາຍຄົນກໍໃຫ້ເຫດຜົນເງິນເຟີ້ແຕກຕ່າງກັນ, ບາງຜ່ອງກໍວ່າຍ້ອນເຮົານຳເຂົ້າສິນຄ້າຕ່າງປະເທດຫຼາຍເກີນໄປ, ບາງຄົນກໍເວົ້າວ່າ ຍ້ອນຄົນເຮົາເອງບໍ່ເປັນເຈົ້າການນຳໃຊ້ເງິນກີບ ຈຶ່ງເຮັດໃຫ້ເງິນເຟີ້, ລາຄາສິນຄ້າແພງ. ສອງບັນຫານີ້ໄດ້ກາຍເປັນປະເດັນຖົກຖຽງກັນ. ​ແຕ່ເຖິງຢ່າງໃດກໍດີ ຜູ້ໃດເວົ້າກໍມີເຫດມີຜົນ ແລະ ຖືກຕ້ອງທັງສອງ. ເປັນຫຍັງຈຶ່ງວ່າ​ແນວ​ນັ້ນ ກໍເພາະວ່າ: ອັນທີໜຶ່ງ ການນຳເຂົ້າສິນຄ້າຈາກຕ່າງປະເທດຫຼາຍເກີນໄປນັ້ນ ມັນເປັນເລື່ອງຄວາມຈິງ ແລະ ທັງເປັນເລື່ອງມີຄວາມຈຳເປັນ. ຄວາມຈິງຢູ່ບ່ອນວ່າ ລາວເຮົາບໍ່ທັນສາມາດຜະລິດວັດຖຸສິ່ງຂອງຮັບໃຊ້ຊີວິດປະຈຳ​ວັນ​ໄດ້​ພຽງພໍເທື່ອ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າເພື່ອໃຫ້ປະຊາຊົນໄດ້ໃຊ້ສອຍພຽງພໍ, ແຕ່ເປັນອັນທີ່ແນ່ນອນວ່າ ເມື່ອນຳເຂົ້າສິນຄ້າຫຼາຍ ກໍຍ່ອມຕີລາຄາຊື້-ຂາຍດ້ວຍຕົ້ນທຶນທີ່ຊື້ມາເປັນເງິນຕາຕ່າງປະເທດ. ຍ້ອນເຫດຜົນອັນນີ້ ພວກເຮົາຈຶ່ງເຫັນວ່າຢູ່ລາວປັດຈຸບັນສາມາດຈ່າຍໄດ້ຫຼາຍປະເພດສະກຸນເງິນ. ບັນຫາທີສອງທີ່ເວົ້າວ່າ ຍ້ອນເຮົາບໍ່ນຳໃຊ້ເງິນກີບກໍຖືກຕ້ອງ ເພາະວ່າເຮົານຳໃຊ້ແຕ່ເງິນຕາຕ່າງປະເທດ ຈຶ່ງເຮັດໃຫ້ເງິນກີບລາວບໍ່ມີບົດບາດໃນການຈໍລະຈອນໃນທ້ອງຕະຫຼາດຫລາຍ​ພໍ, ພວກເຮົາບໍ່ທັນມີມາດຕະການໃນການນຳໃຊ້ເງິນຕາຕ່າງປະເທດຢູ່ພາຍໃນປະເທດຢ່າງເຂັ້ມງວດ ຍັງປະປ່ອຍໃຫ້ເງິນຕາຕ່າງປະເທດເຂົ້າມາແຊກແຊງຊີ້ນຳລາຄາຂອງເງິນກີບ. ໃນຄວາມເປັນຈິງແລ້ວ ຖ້າພວກເຮົາມີສະຕິຊາດ ພວກເຮົາຈະບໍ່ພ້ອມກັນນຳໃຊ້ເງິນຕາຕ່າງປະເທດແບບຈັບຈ່າຍໃຊ້ສອຍໄດ້ໂດຍກົງ. ກ່ອນຈະຈັບຈ່າຍໃຊ້ສອຍຊື້ເຄື່ອງຂອງສິນຄ້າຕ້ອງໄດ້ແລກປ່ຽນເປັນເງິນກີບກ່ອນຈຶ່ງສາມາດຊື້ຂາຍໄດ້ ຄືດັ່ງປະເທດຫວຽດນາມ ຫຼື ປະເທດອື່ນໆທີ່ເພີ່ນເຮັດກັນ. ມີບາງປະເທດການແລກປ່ຽນເອົາເງິນຕາຕ່າງປະເທດຍັງມີຂອບເຂດຈຳກັດ, ການນຳເອົາເງິນຕາເຂົ້າມາພາຍໃນປະເທດກໍມີກອບຈຳກັດ ເຮັດຄືແນວນັ້ນກໍເພື່ອໃຫ້ເງິນພາຍໃນປະເທດຕົນເອງມີບົດບາດເໜືອເງິນຕາຕ່າງປະເທດ,  ຢູ່ປະເທດໃດກໍຕ້ອງໃຊ້ຈ່າຍເງິນປະເທດນັ້ນເປັນຫຼັກ.

ສະນັ້ນ, ເພື່ອສະກັດກັ້ນການນຳໃຊ້ເງິນຕາຕ່າງປະເທດຢ່າງຊະຊາຍນັ້ນ ພວກເຮົາຈົ່ງຫັນມາໃຊ້ເງິນກີບລາວ, ເພີ່ມທະວີການຜະລິດສິນຄ້າໃຫ້ແຂງແຮງ ໂດຍສະເພາະແມ່ນປະເພດສິນຄ້າອຸປະໂພກ-ບໍລິໂພກໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຕ້ອງຕ້ອງການຂອງສັງຄົມ, ຫຼຸດຜ່ອນການນຳເຂົ້າສິນຄ້າຕ່າງປະເທດຢ່າງຊະຊາຍ, ນຳເຂົ້າແຕ່ສິນຄ້າທີ່ຈຳເປັນ ແລະ ສິ່ງທີ່ເຮົາຍັງບໍ່ສາມາດຜະລິດໄດ້ ແຕ່ກໍມີຂອບເຂດຈຳກັດ, ສິ່ງໃດທີ່ເຮົາສາມາດຜະລິດໄດ້ແລ້ວ ແລະ ສາມາດຕອບສະໜອງໃຫ້ສັງຄົມໄດ້ພຽງພໍກໍບໍ່ຄວນນຳເຂົ້າ ເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນຂອງພວກເຮົາ ແລະ ຄົນລາວກໍຕ້ອງມີສະຕິໃນການສົ່ງເສີມຜະລິດຕະພັນຂອງຕົນຢ່າງແຂງແຮງ ດ້ວຍການນຳໃຊ້ຜະລິດຕະພັນພາຍໃນຂອງຕົນໄປກ່ອນ ເຖິງແມ່ນຄຸນນະພາບຍັງບໍ່ທຽບເທົ່າກັບຂອງຕ່າງປະເທດກໍຕາມ, ພວກເຮົາຈຶ່ງຄ່ອຍໆພ້ອມກັນປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ທຸກຄົນເປັນເຈົ້າການສົ່ງເສີມຜະລິດຕະພັນຂອງຕົນເອງ. ຖ້າເຮັດໄດ້ຄືແນວນີ້ ຄິດວ່າບັນຫາເງິນເຟີ້ຈະຫຼຸດລົງ ເງິນກີບຈະຄ່ອຍໆມີບົດບາດຂຶ້ນ, ລາຄາສິນຄ້າຈະຖືກລົງ.

ຢາກເຮັດໄດ້ຄືແນວນັ້ນບໍ່ແມ່ນວ່າຈະຖິ້ມໃຫ້ພາກສ່ວນໃດພາກສ່ວນໜຶ່ງຫາກເຮັດຫາກແກ້ໄຂ, ແຕ່ຫາກແມ່ນທົ່ວປວງຊົນລາວທັງຊາດເປັນຈິດໜຶ່ງໃຈດຽວ ເດັດດ່ຽວຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນຂອງລາວຢ່າງຕັ້ງໜ້າ ບັນຫາເງິນເຟີ້ ແລະ ລາຄາສິນຄ້າແພງຄົງຈະໝົດໄປ. ຊີວິດການເປັນຢູ່ຈະໄດ້ອີ່ມໜຳສຳລານ ປາສະຈາກການຫາຍໃຈຮ່ວມດັງຄົນອື່ນ ເສດຖະກິດຂອງລາວຈະຄ່ອຍ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ