ນະຄອນຫລວງຈະຄວບຄຸມລາຄາທີ່ດິນແນວໃດ?

    ເມື່ອບໍ່ດົນມານີ້, ກອງປະຊຸມສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຮັບຮອງຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫລວງວຽງຈັນ, ອັນໄດ້ເຮັດໃຫ້ມວນຊົນມີຄວາມສົນໃຈວ່າ: ລາຄາທີ່ດິນ ຢູ່ ນະຄອນຫລວງວຽງ ສູງສຸດເທົ່າໃດ? ແລະ ຕ່ຳສຸດເທົ່າໃດ?.

ສະນັ້ນ ທາງໜັງສືພິມລາວພັດທະນາໄດ້ສຳພາດທ່ານ ບຸນທາມ ພຸດທະວົງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຮ່າງປະເມີນລາຄາທີ່ດິນ ນະຄອນຫລວງວຽງຈັນ ມີ 27 ມາດຕາ, VI ໝວດ, ເພື່ອກຳນົດຫົວໜ່ວຍ ລາຄາທີ່ດິນໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແຕ່ລະໄລຍະ ແລະ ແນໃສ່ເພີ່ມທະວີການຄຸ້ມຄອງ-ບໍລິຫານທີ່ດິນແຈ່ລະເຂດ, ແຕ່ລະປະເພດດິນໃຫ້ມີປະສິດທິພາບ, ໂດຍໄດ້ກຳນົດອອກເປັນເຂດຄື: ເຂດອະນຸລັກເມືອງເກົ່າ, ເຂດຕົວເມືອງ ແລະ ຊານເມືອງ, ຊຶ່ງແຕ່ລະເຂດກໍໄດ້ແບ່ງອອກເປັນຈຸດຢ່າງລະອຽດຄື: ເຂດໜ້າທາງຫລວງ, ທາງຮ່ອມ, ທາງຊອຍ ແລະ ເຂດບ້ານທີ່ບໍ່ມີທາງໃຫຍ່ເຂົ້າໄປເຖິງ, ຕົວຢ່າງ ຢູ່ເຂດເມືອງ ຈັນທະບູລີ, ທີ່ດິນຈະມີລາຄາສູງສຸດແຕ່, 6,5-6,8ລ້ານກີບຕໍ່ຕາແມັດ, ລະດັບກາງແມ່ນແຕ່ 4-5ລ້ານກີບຕໍ່ຕາແມັດ ແລະ ຕ່ຳສຸດແມ່ນປະມານ 4-5 ແສນກີບຕໍ່ຕາແມັດ ແລະ ຕ່ຳລົງມາສຸດກໍຈະມີປະມານ 50-80 ພັນກີບຕໍ່ຕາແມັດ, ສ່ວນເມືອງອື່ນໆກໍໄດ້ກຳນົດໄວ້ຢ່າງລະອຽດເຊັ່ນກັນ, ເພື່ອຄວາມສະດວກໃນການຄຸ້ມຄອງບໍລິຫານທີ່ດິນຂອງ ນະຄອນຫລວງວຽງຈັນ ໃຫ້ມີປະສິດທິຜົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ