ນາຍົກລັດຖະມົນຕີ ເນັ້ນໃຫ້ ຄຊພຊ ປະຕິຮູບການສຶກສາຄືນ ເພື່ອຮອງຮັບການປ່ຽນແປງໃນຍຸກສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນຄົບຄະນະ ຄັ້ງທີ 8 ຂອງຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ (ຄຊພຊ) ປະຈຳປີ 2019, ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ ນີ້, ຢູ່ນະຄອນຫຼວງວຽງຈັນ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ ຄະນະກໍາມະການດັ່ງກ່າວ ທົບທວນຄືນແຜນງານຂອງຕົນໃນ 5 ປີຜ່ານມາເປັນບ່ອນອີງໃຫ້ແກ່ການວາງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9, ໃຫ້ດຳເນີນການປະຕິຮູບການສຶກສາຄືນໃໝ່ຕື່ມອີກ, ເພື່ອສາມາດຮອງຮັບກັບການປ່ຽນແປງໃໝ່ ໂດຍສະເພາະວຽກງານການສຶກສາຂອງຄູ ຜູ້ທີ່ຈະນຳພາການປັບປ່ຽນການສຶກສາໃນຍຸກສະໄໝໃໝ່ທີ່ມີການປ່ຽນແປງຢ່າງຫຼວງຫຼາຍ ແລະ ວ່ອງໄວ.
ໃນນັ້ນ, ສິ່ງສຳຄັນທີ່ສຸດ ຕ້ອງສຶກສາອົບຮົມໃຫ້ຊັບພະຍາກອນມະນຸດມີແນວຄິດຮັກຊາດ, ສືບທອດມູນເຊື້ອອັນວິລະອາດຫານຂອງບັນພະບູລຸດເຮົາໃນແຕ່ລະຍຸກແຕ່ລະສະໄໝໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນເຈົ້າຕົນເອງ, ເປັນເຈົ້າຂອງປະເທດຊາດ, ອຸທິດຕົນເອງເພື່ອພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ເທົ່າທຽມກັບບັນດາປະເທດພາກພື້ນ ແລະ ສາກົນ, ປ່ຽນຈິນຕະນາການໃນການຮຽນຮູ້ທີ່ຢາກໄດ້ແຕ່ປະກາສະນີຍະບັດ ຫັນໄປຮຽນໃນສິ່ງທີ່ມີສີມື ເພື່ອພັດທະນາ ແລະ ມີວຽກເຮັດງານທຳ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ເຂັ້ມແຂງ, ພ້ອມທັງມີລະບຽບວິໄນ, ປະຢັດມັດທະຍັດ ແລະ ມີສະຕິຕໍ່ການເຄົາລົບລະບຽບກົດໝາຍຂອງບ້ານເມືອງ ແນໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ລວງເລິກໃນການພັດທະນາການສຶກສາ-ກິລາ ແລະ ການພັດທະນາຊັບພະຍາກອນມະນຸດ ຂອງຊາດໃຫ້ມີຄຸນນະພາບ, ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ພ້ອມທັງສ້າງໃຫ້ໄດ້ຊັບພະຍາກອນມະນຸດມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ, ທັກສະ, ອາຊີບ, ມີລະບຽບວິໄນ, ມີສຸຂະພາບແຂງແຮງ, ມີຈິດໃຈຮັກຊາດ ເພື່ອປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ.

