ເຈົ້າໜ້າທີ່ຈະລາຈອນ ເພີ່ມຄວາມເຂັ້ມງວດຕໍ່ຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຄົາລົບລະບຽບຈະລາຈອນ

ວັນທີ 28 ມັງກອນນີ້, ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມກວດກາການສັນຈອນເສັ້ນທາງຫຼັກໃນ ນະຄອນຫລວງວຽງຈັນ, ເພື່ອແນະນຳຜູ້ທີ່ໃຊ້ລົດໃຊ້ຖະໜົນໃຫ້ປະຕິບັດກົດໝາຍຈະລາຈອນທາງບົກຢ່າງເຂັ້ມງວດ, ເພື່ອຫຼຸດຜ່ອນບັນຫາການເກີດອຸບັດເຫດ.
ທ່ານພັນໂທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ: ການລົງປະຕິບັດວຽກງານການສັນຈອນຄັ້ງນີ້, ໂດຍປະຕິບັດຕາມແຜນຂອງກົມຕຳຫຼວດຈະລາຈອນ, ເພື່ອຊຸກຍູ້ແນະນຳກຳລັງຕຳຫຼວດຈະລາຈອນ ນະຄອນຫລວງວຽງຈັນ, ກໍຄືບັນດາແຂວງໃນທົ່ວປະເທດເຮັດໜ້າທີ່ໃຫ້ບໍລິການ, ແນະນຳການສັນຈອນໃຫ້ຜູ້ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້ເຂົ້າໃຈ ແລະ ນຳໃຊ້ເສັ້ນທາງຖືກຕາມລະບຽບການສັນຈອນ, ເຊິ່ງມື້ນີ້ກຳລັງຕຳຫຼວດຈະລາຈອນພວກເຮົາຢູ່ແຕ່ລະເມືອງໄດ້ລົງປະຕິບັດໜ້າທີ່ພ້ອມກັນໃນຫຼາຍຈຸດ ເຊັ່ນ: ຢູ່ຖະໜົນລ້ານຊ້າງ, ຖະໜົນ ໄກສອນ ພົມວິຫານ ແລະ ເສັ້ນທາງຕ່າງໆທີ່ເຫັນວ່າມີຄວາມແອອັດສັບສົນໃນຊົ່ວໂມງເລັ່ງດ່ວນ.
ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນປີ 2019 ຜ່ານມາ, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 6 ພັນກ່ວາກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1.134 ຄົນ, ຊຶ່ງສະເລ່ຍມື້ໜຶ່ງຈະມີຜູ້ເສຍຊີວິດຈາກອຸປະຕິເຫດ 3 ຄົນ ແລະ ສະຖິຕິການເກີດອຸປະຕິເຫດ ຢູ່ ລາວ ໃນແຕ່ລະປີແມ່ນມີລັກສະນະເພີ່ມຂຶ້ນຄື: ສະເລ່ຍຫລາຍກ່ວາ 1 ພັນຄົນ ແລະ ບາດເຈັບຫລາຍກ່ວາ 8 ພັນຄົນ ມູນຄ່າຄວາມເສຍຫາຍທາງດ້ານເສດຖະກິດຈາກອຸປະຕິເຫດປະມານ 500 ລ້ານໂດລາ/ປີ, ສາເຫດການເກີດອຸປະຕິເຫດບົນທ້ອງຖະໜົນໃນປັດຈຸບັນ ແມ່ນມີຫລາຍປັດໄຈເປັນຕົ້ນແມ່ນ: ລະບົບການຄຸ້ມຄອງຄວາມປອດໄພທາງຫລວງຍັງບໍ່ເຂັ້ມແຂງ ແລະ ນັກຂັບຂີ່ຈຳນວນໜຶ່ງບໍ່ມີໃບອະນຸຍາດຂັບຂີ່ ແລະ ບໍ່ເຂົ້າໃຈກ່ຽວກັບມາດຕະການຄວາມປອດໄພໃນການໃຊ້ລົດໃຊ້ຖະໜົນ, ການບັງຄັບໃຊ້ກົດໝາຍກໍຍັງບໍ່ທັນເຂັ້ມງວດ, ອັນໄດ້ເຮັດໃຫ້ການເກີດອຸປະຕິເຫດຢູ່ລາວສູງຂຶ້ນ.

