ຄຳມ່ວນອະໄພຍະໂທດ​ໃຫ້ນັກໂທດຝຶກ​ຝົນ​ດີ 151 ຄົນ

        ວັນທີ 28 ທັນວານີ້ ຢູ່ຄ້າຍຄຸມຂັງ-ດັດສ້າງ (ຄໍາຂີ້ໄກ່) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດໃຫ້ແກ່ນັກໂທດທີ່ມີການ​ຝຶກ​ຝົນ​ດີ​ພາຍ​ໃນແຂວງດັ່ງກ່າວ​ຈຳນວນ 151 ຄົນ ຕາມລັດຖະດໍາລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 031/ປປທ, ລົງວັນທີ 10 ມັງກອນ 2020 ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 44 ປີ ກໍຄືລັດຖະທໍາມະນູນ ແຫ່ງ ສປປ ລາວ ໝວດທີ VI, ມາດຕາ 67, ຂໍ້ 12 ກ່ຽວກັບການຕົກລົງໃຫ້ອະໄພຍະໂທດ ແລະ ໜັງສືສະເໜີຂອງນາຍົກລັດຖະມົນຕີສະບັບເລກທີ 158/ນຍ, ລົງວັນທີ 30 ທັນວາ 2019. ໃນທົ່ວປະເທດມີນັກໂທດທີ່ໄດ້ຮັບການອະໄພຍະໂທດທັງໝົດ 2.146 ຄົນ, ຍິງ 347 ຄົນ, ໃນນັ້ນມີຄົນຕ່າງປະເທດ 39 ຄົນ, ຍິງ 2 ຄົນ ເຊິ່ງອະໄພຍະໂທດດ້ວຍການຫຼຸດຜ່ອນໂທດມີຈໍານວນ 1.824 ຄົນ, ຍິງ 291 ຄົນ, ຄົນຕ່າງປະເທດ 34 ຄົນ, ຍິງ 2 ຄົນ. ປະກອບມີມຽນມາ 5 ຄົນ, ໄທ 7 ຄົນ, ຫວຽດນາມ 12 ຄົນ, ໄນຈີເຣຍ 2 ຄົນ, ການາດາ 1 ຄົນ, ຈີນ 4 ຄົນ, ໂຣມາເນຍ 1 ຄົນ, ບຸນກາລີ 1 ຄົນ ແລະ ອົດສະຕຣາລີ 1 ຄົນ ເຊິ່ງໃນນີ້ຫລາຍ​ກວ່າ​ໝູ່​ແມ່ນນັກໂທດຄະດີຢາເສບຕິດມີ 1.736 ຄົນ, ໄດ້ຮັບການຫຼຸດຜ່ອນໂທດຈາກໂທດຕະຫຼອດຊີວິດມາເປັນໂທດມີກໍານົດ 20 ປີ ລວມມີ 45 ຄົນ, ນັກໂທດຄະດີທົ່ວໄປຈໍານວນ 88 ຄົນ ແລະ ອະໄພຍະໂທດດ້ວຍການປ່ອຍຕົວມີຈໍານວນ 322 ຄົນ.

      ສະເພາະແຂວງຄໍາມ່ວນມີນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດທັງໝົດ 110 ຄົນ, ໃນນັ້ນຂໍ້ຫາຢາເສບຕິດລວມມີຈໍານວນ 105 ຄົນ, ຂໍ້ຫາທົ່ວໄປມີ 5 ຄົນ, ສ່ວນບັນຊີລາຍຊື່ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວມີຈໍານວນ 41 ຄົນ ເຊິ່ງທັງໝົດແມ່ນຂໍ້ຫາຢາເສບຕິດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ