ຢ່າແຕກຕື່ນເກີນກວ່າເຫດ

ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ໄລຍະນີ້ໄດ້ເກີດມີໄວຣັສສາຍພັນໃໝ່ ໂຄໂຣນາ ຢູ່ທີ່ ສປ ຈີນ, ໂດຍສະເພາະແມ່ນເມືອງ ອູ່ຮັນ ແຂວງ ຫູ ເປີຍ, ຊຶ່ງບໍ່ທັນຮູ້ຊັດແນ່ວ່າໄວຣັສຊະນິດນີ້ເກີດມາຈາກໃສກັນແທ້. ແຕ່ຍອມຮັບວ່າມັນເປັນພະຍາດທີ່ຮ້າຍແຮງ ແລະ ແຜ່ບະບາດໄວພໍສົມຄວນຖ້າທຽບໃສ່ພະຍາດຕິດແປດອື່ນໆທີ່ເຄີຍເກີດຂຶ້ນມາກ່ອນໃນໄລຍະຜ່ານມາເຊັ່ນ: ພະຍາດຊາຣ໌ສ, ພະຍາດເມີຣ. ພະຍາດຮ້າຍແຮງນີ້ໄດ້ເກີດຂຶ້ນພຽງແຕ່ 4-5 ວັນ (ເລີ່ມແຕ່ວັນທີ 26 ມັງກອນ) ເປັນຕົ້ນມາມັນໄດ້ແຜ່ລາມໄປຫລາຍປະເທດ, ສະເພາະກຸ່ມ ອາຊຽນ ກໍຍັງມີແຕ່ລາວ, ອີນໂດເນເຊຍ, ບຣູໄນ ທີ່ຍັງບໍ່ທັນພົບເຫັນຜູ້ຕິດເຊື້ອ, ນອກຈາກນີ້ບັນດາປະເທດທີ່ມີຊາຍແດນຕິດກັບລາວເຊັ່ນ: ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ລ້ວນແຕ່ມີຜູ້ຕິດເຊື້ອໄປແລ້ວຈຳນວນໜຶ່ງ ແລະ ມາເຖິງວັນທີ່ 28 ມັງກອນນີ້ ບັນດານັກຊ່ຽວຊານໃຫ້ຮູ້ວ່າ: ຢູ່ຈີນ ມີຜູ້ຕິດເຊື້ອແລ້ວ 44,000 ຄົນ.
ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານລາວກໍຄືວົງການແພດໝໍລາວກໍໄດ້ມີມາດຕະການເຝົ້າລະວັງຢ່າງເຄັ່ງຄັດ ເຊັ່ນ ປິດດ່ານຊາຍແດນເຂົ້າ- ອອກລະຫ່ວາງຊາດຊົ່ວຄາວ(ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ), ຕິດຕັ້ງເຄື່ອງສະແກນຢູ່ຕາມດ່ານສາກົນ ໂດຍສະເພາະແມ່ນເດີ່ນບິນສາກົນວັດໄຕຢ່າງເຄັ່ງຄັດ, ວົງການແພດໝໍລາວກໍເລັ່ງກວດເຊັກບັນດາກຸ່ມນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ, ນັກສຶກສາລາວທີ່ກັບມາຈາກ ສປ ຈີນຢ່າງລະອຽດ, ຈົນມາເຖິງວັນທີ 27 ມັງກອນນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ບຸນກອງ ສີຫາວົງ ໄດ້ອອກມາຖະແຫຼງຂ່າວຢ່າງເປັນທາງການຕໍ່ສື່ ແລະ ສັງຄົມວ່າ: ລາວບໍ່ທັນພົບເຫັນຜູ້ຕິດເຊື້ອພະຍາດດັ່ງກ່າວແຕ່ຢ່າງໃດ. ວົງການແພດໝໍລາວຍັງໄດ້ເຜີຍແຜ່ມາດຕະການປ້ອງກັນຢ່າງລະອຽດໃຫ້ສັງຄົມຮັບຮູ້. ເຖິງຢ່າງໃດກໍດີ, ແຕ່ກໍຍັງມີຄົນ, ມີເພຈ ແລະ ສື່ອອນລາຍສັງຄົມຈຳນວນໜຶ່ງຄອຍກຸກກວນ, ປັ່ນປ່ວນສ້າງກະແສຢ່າງຕໍ່ເນື່ອງ ເພື່ອໃຫ້ສັງຄົມແຕກຕື່ນຢ້ານກົວ ອັນໄດ້ສ້າງຄວາມລະແວງສົງໄສໃຫ້ແກ່ປະຊາຊົນ, ເຂົ້າໃຈຜິດຕໍ່ລັດຖະບານວ່າບໍ່ສົນໃຈ, ບໍ່ເອົາຫົວໃສ່ໃຈຊາຕໍ່ການປ້ອງກັນພະຍາດດັ່ງກ່າວ, ປູກກະແສ ແລະ ສ້າງຂ່າວປອມຂຶ້ນມາວ່າ: ມີນັກສຶກສາລາວກັບມາຈາກ ສປ ຈີນ ທີ່ຕິດເຊື້ຶອໄປນອນປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ ໂດຍໂພດພາບບັນດາທ່ານໝໍທີ່ກຳລັງເຮັດໜ້າທີ່ຂອງຕົນຢ່າງຕັ້ງໜ້າຢູ່ນັ້ນວ່າ ເປັນການປິ່ນປົວນັກສຶກສາຜູ້ຕິດເຊື້ອ ໄວຣັສ ໂຄໂຣນາ ມາຈາກ ຈີນ ແລະ ໂຄສະນາເກີນກ່ວາເຫດວ່າ: ພະຍາດນີ້ຮ້າຍແຮງຫຼາຍ, ຢູ່ດີໆຍ່າງຕາມທາງກໍລົ້ມຕາຍລົງຢ່າງໜ້າສົມເວດ ບໍ່ຕ່າງຫຍັງກັບໄກ່ຕາຍຮ່າວ່າຊັ້ນ.
ທັງໝົດນັ້ນລ້ວນແຕ່ເປັນກະແສປັ່ນປ່ວນ ເຮັດໃຫ້ປະຊາຊົນແຕກຕື່ນ ສັງຄົມບໍ່ມີຄວາມສະຫງົບ, ບໍ່ຄວນຢ້ານເກີນໄປ ຢ່າເຊື່ຶອສື່ສັງຄົມຕ່າງໆທີ່ບໍ່ເປັນທາງການ. ພວກເຮົາຈົ່ງເຊື່ອໝັ້ນລັດຖະບານ, ເຊື່ອໝັ້ນວົງການແພດລາວ ແລະ ເສບສື່ຢ່າງມີສະຕິ ແລະ ປະຕິບັດຄຳແນະນຳປ້ອງກັນຂອງທ່ານໝໍລາວຢ່າງເຄັ່ງຄັດ ຫວັງວ່າປະຊາຊົນລາວຈະມີຄວາມປອດໄພ ແລະ ຜ່ານຜ່າວິກິດການຂອງໂລກໃນຄັ້ງນີ້ໄປໄດ້.
