ນາຍົກຈີນລົງພື້ນທີ່ເມືອງອູ່ຮັນເນັ້ນໃຫ້ຄວບຄຸມໄວຣັສໂຄໂຣນາ

ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ຂອງຈີນ ຖືເປັນຜູ້ນຳລະດັບສູງຂອງຈີນ ທີ່ເດີນທາງລົງພື້ນທີ່ເມືອງອູ່ຮັນ ນັບແຕ່ເກີດການລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງປັດຈຸບັນມີຍອດຜູ້ເສຍຊີວິດເພີ່ມເປັນ 80 ຄົນ ແລະ ຕິດເຊື້ອອີກຫລາຍກວ່າ 2.700 ຄົນ.
ລັດຖະບານຈີນອອກຖະແຫລງການລະບຸວ່າ: ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ເດີນທາງໄປເມືອງອູ່ຮັນ ເພື່ອກວດເບິ່ງຄວາມພະຍາຍາມໃນການຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສໃນເມືອງທີ່ມີປະຊາກອນເຖິງ 11 ລ້ານຄົນ ລວມທັງພົບປະໂອ້ລົມຜູ້ປ່ວຍ ແລະ ເຈົ້າໜ້າທີ່ດ້ານການແພດ. ຂະນະດຽວກັນ ມີລາຍງານວ່າ: ດຣ. ທີໂດຣສ ອັດຮານອມ ກີບຣີເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ ກຳລັງເດີນທາງໄປນະຄອນຫລວງປັກກິ່ງ ເພື່ອພົບປະຫາລືກັບເຈົ້າໜ້າທີ່ຂອງທາງການຈີນກ່ຽວກັບວິກິດການລະບາດຂອງພະຍາດ.
ທາງການຈີນປະກາດຂະຫຍາຍມື້ພັກຕຸດຈີນອອກໄປຈາກທີ່ກຳນົດສິ້ນສຸດໃນວັນທີ 30 ມັງກອນ ເພື່ອຫລຸດການຫລັ່ງໄຫລຂອງປະຊາກອນ ລວມທັງປິດລະບົບຂົນສົ່ງເພື່ອເປັນການສະກັດກັ້ນເຊື້ອໄວຣັສບໍ່ໃຫ້ແຜ່ກະຈາຍອອກໄປ.

