ສະຫລອງວັນເດັກລົດຕິດຍາວຢຽດຢູ່ນະຄອນຫລວງວຽງຈັນ

ວານນີ້ (ວັນທີ 1 ມິຖຸນາ) ເຊິ່ງເປັນມື້ວັນເດັກສາກົນ ແລະ ວັນປູກໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ເກີດສະພາບລົດແອອັດຕິດກັນຍາວຢຽດ ໂດຍສະເພາະແມ່ນບໍລິເວນເສັ້ນທາງຕໍ່ໜ້າສູນການຄ້າລາວ-ໄອເຕັກເຂົ້າມາໃຈກາງຕົວເມືອງທຸກສາຍຈົນເຮັດໃຫ້ສະພາບການສັນຈອນໃນບໍລິເວນດັ່ງກ່າວນັບຫລາຍຊົ່ວໂມງ. ຜູ້ຢູ່ໃນເຫດການທີ່ເປັນນັກຂ່າວລາວພັດທະນາພວກເຮົາເລົ່າວ່າ: ສະພາບລົດແອອັດດັ່ງກ່າວແມ່ນເກີດຂຶ້ນຍ້ອນພໍ່ແມ່ຜູ້ປົກຄອງເດັກເປັນຈຳນວນຫລວງຫລາຍໄດ້ຫລຸຫລັ່ງນຳເອົາລູກຫລານຂອງຕົນໄປຮ່ວມກິດຈະກຳສະຫລອງວັນເດັກ ແລະ ງານສະແດງສິນຄ້າໂອດ໋ອບນະຄອນຫລວງວຽງຈັນປະຈຳປີ 2017 ທີ່ໄດ້ຈັດຂຶ້ນຢູ່ສູນການຄ້າໃຫຍ່ດັ່ງກ່າວ ເຊິ່ງມີຈຳນວນລົດຢ່າງຫລວງຫລາຍທີ່ບໍ່ເຄີຍມີມາກ່ອນຂອງບັນດາແຂກຄົນເຂົ້າໄປຮ່ວມງານດັ່ງກ່າວ ເຊິ່ງນັກຂ່າວພວກເຮົາຕ້ອງໄດ້ໃຊ້ເວລາປະມານ 2 ຊົ່ວໂມງກວ່າ ຈາກສູນການຄ້າລາວ-ໄອເຕັກຈຶ່ງສາມາດເຂົ້າມາຮອດສຳນັກງານຂອງຕົນທີ່ນ້ຳພຸໄດ້ ແລະ ໃນຂະນະເດີນທາງຢ່າງຫຍຸ້ງຍາກຢູ່ນັ້ນກໍບໍ່ເຫັນມີເຈົ້າໜ້າທີ່ຈະລາຈອນຜູ້ໃດອອກມາໃຫ້ຄວາມສະດວກສະບາຍການຈະລາຈອນທີ່ແອອັດນັ້ນແຕ່ຢ່າງໃດ ຫລື ວ່າມັນເປັນໄລຍະເວລາພັກທ່ຽງບໍ ? ເພິ່ນຈຶ່ງຍັງບໍ່ທັນເຂົ້າການ. ເອົາລະເວົ້າມາກໍຫລາຍ ຫວັງວ່າໃນໂອກາດໜ້າເຈົ້າໜ້າທີ່ຈະລາຈອນພວກເຮົາຈະເຮັດໜ້າທີ່ໄດ້ແຂງແຮງກວ່ານີ້.

